ລັດເຊຍຮັບຮອງເອົາບ້ວງເງິນໜູນຊ່ວຍກູບາ ຫັນກອງທັບເປັນທັນສະໄໝ

(VOVWORLD) -ຜູ້ນຳໜ້າອົງການສະຫະພັນລັດເຊຍ ຮັບຜິດຊອບການຮ່ວມມືດ້ານເຕັກນິກການທະຫານ Dmitry Shugayev ໃຫ້ຮູ້ວ່າ, ລັດເຊຍ ໄດ້ຮັບຮອງເອົາບ້ວງເງິນທີ່ມີມູນຄ່າກວ່າ 43 ລ້ານ USD ເພື່ອໜູນຊ່ວຍດ້ານປ້ອງກັນຊາດຂອງກູບາ.

ບ້ວງເງິນດັ່ງກ່າວໄດ້ປະຕິບັດຕາມເນື້ອໃນຂອງຂໍ້ຕົກລົງເຊິ່ງໄດ້ຮັບການປະກາດເປັ້ນຄັ້ງທຳອິດໃນການພົບປະລະຫວ່າງທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ Miguel Diaz Canel ຢູ່ມົດສະກູ, ເມື່ອເດືອນ ພະຈິກ 2018.

        ກ່ອນໜ້ານັ້ນ, ໜັງສືພິມ Kommersant ຂອງລັດເຊຍ ເຄີຍໃຫ້ຂ່າວວ່າ, ມົດສະກູ ມີແຜນການໜູນຊ່ວຍກູບາ ກູ້ຢືມບ້ວງເງິນເພື່ອຫັນເປັນທັນສະໄໝບັນດາເຄື່ອງອຸປະກອນດ້ານການທະຫານຂອງປະເທດນີ້ຄື: ລົດຖັງ, ລົດຫຸ້ມເກາະ ແລະ ເຮືອບິນເອລີກອບເຕີ.

ຕອບກັບ

ຂ່າວ/ບົດ​ອື່ນ