ລັດເຊຍຮຽກຮ້ອງສົມທົບກັນຈັດຕັ້ງການໂອ້ລົມສົນທະນາລະຫວ່າງບັນດາເຂດຢູ່ຢູແກຼນ

ລັດເຊຍຮຽກຮ້ອງສົມທົບກັນຈັດຕັ້ງການໂອ້ລົມສົນທະນາລະຫວ່າງບັນດາເຂດຢູ່ຢູແກຼນ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ແລະ ຄູ່​ຕຳ​ແໜ່​ງອາ​ເມ​ລິ​ກາ John Kerry
(ພາບປະກອບຈາກ AFP/TTXVN)

(vovworld) – ບັນດາ​ມາດ​ຕະການ​ໜູ​ນຊ່ວຍ​ຂອງ​ສາກົນ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ຢູ່ ຢູ​ແກຼນ ຍັງ​ແມ່ນ​ຫົວ​ຂໍ້​ຕົ້ນ​ຕໍ່​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ລະຫວ່າງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ແລະ ຄູ່​ຕຳ​ແໜ່​ງອາ​ເມ​ລິ​ກາ John Kerry, ​ໃນ​ວັນ​ທີ 2/4.

    ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ຢືນຢັນ​ວ່າ: ຄວນ​ຍູ້​ແຮງບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ສາກົນ​ເພື່ອຈັດຕັ້ງ​ການ​ໂອ້​ລົມ​ສົນທະນາ​ຢ່າງ​ກ້ວາງ​ຂວາງ​ຢູ່​ພາຍ​ໃນ​ຢູ​ແກຼນ, ​​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ປອງ​ດອງ​ຊາດ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ໃນ​ທົ່ວ​ປະ​ເທດ ຢູ​ແກຼນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ກໍ່​ມີ​ຄວາມ​ວິຕົກ​ວັງ​ວົນ​ວ່າ ຍາກ​ທີ່​ຈະ​​ເຮັດ​ໃຫ້​ໜ້າ​ທີ່​ນີ້​ປະກົດ​ຜົນ​ເປັນ​ຈິງ ຍ້ອນ​ວ່າ​ບັນດາ​ຂໍ້​ຕົກລົງ​ໄດ້​ຍົກ​ອອກ​ມາ​ໃນ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ອົງການ ນາ​ໂຕ ​ແລະ ຄະນະ​ກຳມະການ ຢູ​ແກຼນ - ນາ​ໂຕ ຜ່ານ​ມາ (ກ່ຽວ​ຂ້ອງ​ເຖິງ​ເລື່ອງ ນາ​ໂຕ ຢຸດຕິ​ການ​ຮ່ວມ​ມື​ກັບ ລັດ​ເຊຍ).

    ກ່ຽວ​ຂ້ອງ​ເຖິງ​ການ​ພົວພັນ ລັດ​ເຊຍ - ຢູ​ແກຼນ, ວັນ​ທີ 2/4, ທ່ານ​ນາຍົກລັດຖະມົນຕີ ຊົ່ວຄາວ ຢູ​ແກຼນ Arseniy Yatsenyuk ຖະ​ແຫຼ​ງວ່າ​ປະ​ເທດ​ນີ້​ກຽມພ້ອມ​ຈັດ​ຕັ້ງ​ການ​ເຈລະຈາ​ຂັ້ນ​ລັດຖະມົນຕີ​ກັບ​ລັດ​ເຊຍ. ຕາມ​ທ່ານ​ແລ້ວ, ກີ​ແອບ ​ແລະ ມົດ​ສະ​ກູ ຍັງ​ມີ​ຫຼາຍ​ບັນຫາ​ທີ່​ຮີບ​ດ່ວນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ ​ແລະ ພະລັງງານ.



ຂ່າວ/ບົດ​ອື່ນ