ລັດເຊຍເພີ່ມເຕີມບັນດາມາດຕະການລົງໂທດຕວກກີ
ປະທານາທິບໍດີ ລັດເຊຍ Vladimir Putin
ພາບ:baomoi.com
|
(vovworld)- ວັນທີ 28/12, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນລັດຖະດຳລັດ ເພີ່ມເຕີມບັນດາມາດຕະການລົງໂທດ ສຳລັບ ຕວກກີ. ຕາມນັ້ນແລ້ວ ຫ້າມ ບໍ່ພຽງແຕ່ບໍລິສັດຂອງ ຕວກກີ ເທົ່ານັ້ນ ຫາກບັນດາບໍລິສັດໂດຍພົນລະເມືອງ ຕວກກີ ຄຸ້ມຄອງ ດຳ ເນີນທຸລະກິດໃນເຂດດິນແດນ ລັດເຊຍ. ລັດຖະດຳລັດນີ້ ແມ່ນເພີ່ມເຕີມໃຫ້ລັດຖະດຳລັດລົງວັນທີ 28/11/2015 ຂອງປະທານາທິບໍດີ ລັດເຊຍ ກ່ຽວກັບບັນດາມາດຕະການເສດຖະກິດພິເສດ ເພື່ອລົງໂທດ ຕວກກີ.
ຕາມລັດຖະດຳລັດລົງວັນທີ 28/11, ມົດສະກູ ຫ້າມ ຫລື ຈຳກັດບັນດາອົງການຂຶ້ນກັບສິດອຳນາດຂອງ ຕວກກີ ປະຕິບັດວຽກງານຈຳນວນຫນຶ່ງໃນເຂດດິນແດນ ສະຫະພັນລັດເຊຍ. ນອກນັ້ນ ລັດຖະດຳລັດ ກໍຈັດວາງບັນດາຄຳສັ່ງຫ້າມ ຫລື ຈຳກັດການນຳ ເຂົ້າລັດເຊຍ ປະເພດສິນຄ້າຈຳນວນຫນຶ່ງຈາກ ຕວກກີ ຕາມບັນຊີລາຍຊື່ ໂດຍລັດຖະບານ ລັດເຊຍ ກຳນົດ.