ລັດເຊຍແລະຈີນເຊັນ ບັນດາຂໍ້ຕົກລົງການ ຮ່ວມມື
(ພາບ: THX/TTXVN)
(vovworld)- ໃນຂອບເຂດການປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານລັດເຊຍ-ຈີນ ຄັ້ງທີ 19 ຢູ່ນະຄອນຫຼວງມົດສະກູ ແລະ ການຢ້ຽມຢາມລັດເຊຍ ຂອງທ່ານຫຼີເຄີຊຽງ ນາຍົກລັດຖະມົນຕີຈີນ, ວັນທີ 13/10, ບັນດາເຈົ້າໜ້າທີ່ສອງປະເທດໄດ້ເຊັນຂໍ້ຕົກລົງຮ່ວມມືສອງຝ່າຍກ່ວາ 30 ສະບັບ. ກ່ຽວຂ້ອງເຖິງຂົງເຂການຄ້າ ແລະ ທະນາຄານ, ລັດເຊຍ ແລະ ຈີນ ໄດ້ເຊັນບັນດາຂໍ້ຕົກລົງແລກປ່ຽນເງິນຕາລະຫວ່າງທະນາຄານສູນກາງສອງປະເທດລວມມູນຄ່າ 24,4 ຕື້ໂດລາສະຫະລັດຊື່ງຄາດວ່າຂໍ້ຕົກລົງຈະມີຜົນສັກສິດໃນເວລາ 3 ປີ ແລະ ອາດຈະໄດ້ຕໍ່ກຳນົດເວລາຖ້າສອງຝ່າຍເຫັນດີ. ສອງຝ່າຍຍັງເຫັນດີເປັນເອກະພາບຕໍ່ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຕ້ານການຜູກຂາດ, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນການສະກັດກັ້ນການຂົນສົ່ງວັດສະດຸນິວເຄຼຍ ແລະ ທາດລັງສີອື່ນຜ່ານເຂດຊາຍແດນສອງປະເທດຢ່າງຜິດກົດໝາຍ…ໃນຂົງເຂດອາຍແກດ, ສອງຝ່າຍເຫັນດີຈະສະໜອງອາຍແກດຕາມທໍ່ສົ່ງພາກຕາເວັນອອກທີ່ມີຊື່ວ່າ “ກຳລັງແຮງຊີເບຍຣີ“. ຂໍ້ຕົກລົງນີ້ແມ່ນເງື່ອນໄຂບັງຄັບການປະຕິບັດສັນຍາລະຫວ່າງ Gazprom ແລະ ກຸ່ມບໍລິສັດອາຍແກດແຫ່ງຊາດຈີນເມື່ອເດືອນ 5/2014 ຜ່ານມາ, ຕາມນັ້ນແລ້ວ, ໃນຮອບເວລາ 30 ປີ, ລັດເຊຍ ຈະສະໜອງອາຍແກດ 38 ຕື້ແມັດກ້ອນໃຫ້ແກ່ຈີນ, ລວມຍອດມູນຄ່າ 400 ຕື້ໂດລາສະຫະລັດ./.