ລັດເຊຍແລະອາເມລິກາອອກຖະແຫລງການຮ່ວມຮຽກຮ້ອງມາດຕະການດ້ານການເມືອງໃຫ້ແກ່ຊີຣີ
ບັນດາມືປືນຂຶ້ນກັບກຳລັງລຸກຮືຂຶ້ນJaish al-Fatah
(ພາບປະກອບ:AFP/TTXVN)
|
(vovworld)- ໃນຖະແຫລງການຮ່ວມທີ່ຍົກອອກມາໃນວັນທີ 9/5, ດ້ວຍຖານະເປັນປະທານຮ່ວມກຸ່ມສາກົນຫນູນຊ່ວຍ ຊີຣີ, ລັດເຊຍ ແລະ ອາເມລິກາ ໄດ້ຮຽກຮ້ອງເຊື່ອມຕໍ່ບັນດາການເຈລະຈາຄືນໃຫມ່ລະຫວ່າງບັນດາຝ່າຍກ່ຽວກັບບັນຫາ ຊີຣີ ຢູ່ ເຊີແນວ ບົນພື້ນຖານເອກະສານໂດຍທ່ານ Staffan de Mistura ທູດພິເສດເລຂາທິການໃຫຍ່ ສປຊ ກ່ຽວກັບ ຊີຣີ ສະເຫນີ ເມື່ອວັນທີ 27/4. ສອງປະເທດ ຈະເພີ່ມທະວີຄວາມມານະພະຍາຍາມເພື່ອບັນລຸມາດຕະການດ້ານການເມືອງໃຫ້ແກ່ການປະທະກັນຢູ່ ຊີຣີ ໃຫ້ສອດຄ່ອງກັບ ມະຕິຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍວິທີດຳເນີນບັນດາການເຈລະຈາລະຫວ່າງບັນດາຝ່າຍກ່ຽວກັບບັນຫາຊີຣີ ຢູ່ເຊີແນວ ພາຍໃຕ້ການຫນູນຊ່ວຍຂອງ ສປຊ. ລັດເຊຍ ແລະ ອາເມລິກາ ໄດ້ຮຽກຮ້ອງບັນດາປະເທດຂຶ້ນກັບກຸ່ມສາກົນຫນູນຊ່ວຍ ຊີຣີ ກໍຄືບັນດາປະເທດອື່ນ ໃນປະຊາຄົມສາກົນ ຫນູນຊ່ວຍຊອກຫາບັນດາມາດຕະການດ້ານການເມືອງຢູ່ ຊີຣີ.
ໃນຖະແຫລງການຮ່ວມ, ລັດເຊຍ ແລະ ອາເມລິກາ ຮຽກຮ້ອງບັນດາຝ່າຍຈົ່ງຢຸດຕິການບຸກໂຈມຕີສາມັນຊົນ, ລັດເຊຍ ຈະພ້ອມກັບອຳນາດການປົກຄອງຊີຣີ ມານະພະຍາຍາມຫລຸດຜ່ອນການນຳໃຊ້ກອງທັບອາກາດຢູ່ບັນດາເຂດມີປະຊາຊົນດຳລົງຊີວິດເປັນຈຳນວນຫລວງຫລາຍ ຫລື ບັນດາກຸ່ມປະກອບອາວຸດ ຕ້ອງເຄົາລົບຄຳສັ່ງຢຸດຍິງ. ໃນຂະນະນັ້ນ, ອາເມລິກາ ຈະຫນູນຊ່ວຍບັນດາປະເທດພັນທະມິດໃນພາກພື້ນ ສະກັດກັ້ນ ທຸກການຫນູນຊ່ວຍບັນດາອົງການກໍ່ການຮ້າຍ.