ກອງປະຊຸມຂອງສະພາແຫ່ງຊາດ ລີບີ
ພາບ: internet
|
(vovworld) - ວັນທີ 29/8, ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ນະຄອນຫລວງ Tripoli, ທ່ານປະທານສະພາແຫ່ງຊາດ ລີບີ Omar Humaidan ໃຫ້ຮູ້ວ່າ: ສະພາແຫ່ງຊາດປະເທດນີ້ ໄດ້ຕົກລົງສ້າງຕັ້ງລັດຖະບານໃຫມ່ໃນວັນທີ 8/9 ຈະມາເຖິງ. ຕາມທ່ານ Omar Humaidan ແລ້ວ, ທີ່ວາລະປະຊຸມໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ລີບີ ໄດ້ຕົກລົງຖືເອົາວັນທີ 8/9 ຈະມາເຖິງແມ່ນຈຸດເວລາເພື່ອແຕ່ງຕັ້ງບັນດາທ່ານລັດຖະມົນຕີ ແລະ ສ້າງຕັ້ງລັດຖະບານຊຸດໃຫມ່ຢ່າງເປັນທາງການ ແລະ ປະຈຸບັນພວມປຶກສາຫາລືບັນດາຂໍ້ສະເຫນີສຳລັບບັນດທ່ານທີ່ໄດ້ຮັບການບົ່ງຕົວເປັນນາຍົກລັດຖະມົນຕີ. ນອກນັ້ນ, ວາລະປະຊຸມດັ່ງກ່າວກໍເຫັນດີເປັນເອກະພາບກັນວ່າ: ການເລືອກຕັ້ງປະທານາທິບໍດີຄັ້ງຕ່າງໆໃນອະນາຄົດຕ້ອງໄດ້ຮັບການຈັດຕັ້ງຢ່າງຍຸຕິທຳ ແລະ ບັນດາຜູ້ອອກສະໝັກຮັບເລືອກຕັ້ງບໍ່ມີສ່ວນກ່ຽວຂ້ອງເຖິງການສໍ້ລາດບັງຫລວງ. ໃນວັນດຽວກັນ, ສະພາແຫ່ງຊາດ ລີບີ ໄດ້ຕົກລົງໃຫ້ສະມາຊິກສະພາແຫ່ງຊາດ 3 ທ່ານຕ້ອງຢຸດງານ ຍ້ອນກ່ຽວຂ້ອງເຖິງອຳນາດການປົກຄອງເກົ່າຂອງການນຳ Muammar Gaddafi