ລີບີ ມີໄພຈະຕົກເຂົ້າສູ່ ສົງຄາມກາງເມືອງ

ທ່ານ Mustafa Abdel Jalil ປະທານ​ສະພາ​​ໄລຍະ​ຂ້າມ​ຜ່ານ​ແຫ່ງ​ຊາດ ລີ​ບີ ( NTC ) ​ໄດ້​ກ່າວ​ເຕື່ອນວ່າ​ປະ​ເທດ​ນີ້​​ມີ​ໄພອາດ​ຈະ​ຕົກ​ເຂົ້າ​ສູ່​​ສົງຄາມ​ກາງເມືອງ​ຖ້າ​ຫາກ​ອຳນາດ​ການ​ປົກຄອງ​ໃໝ່​ບໍ່ສາມາດຄວບ​ຄຸ້ມກຸ່ມ​ກຳລັງປະ​ກອບ​ອາວຸດ​ໄດ້. ຄຳ​ກ່າວ​ເຕືອນ​ຂອງ​ທ່ານໄດ້ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ເກີດ​​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ອຳນາດ​ການ​ປົກຄອງໃໝ່​ພວກກັບ​ມືປືນ​ໃນ​ວັນ​ທີ 3 ມັງກອນ ຢູ່​ນະຄອນຫຼວງ ຈີ​ໂປ​ລີ ​ເຊິ່ງ​ເຮັດ​ໃຫ້ 4 ຄົນ​​ເສຍ​ຊີວິ​ດ. ຕາ​ມ​ແຜນການ​ແລ້ວ, NTC ​ໄດ້​ເລີມ​ເຄື່​ອນ​ໄຫວ​ວິວັດ​ການ​ສ້າງ​ຕັ້ງ​ກຳລັງ​ທະຫານ ​ແລະ ຕຳຫຼວດ, ຈະ​ສືບ​ຕໍ່ຮັບ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​​ໃຫ້​ແກ່ປະ​ເທດ​ນີ້​ຈາກ​ບັນ​ກາ​ກຸ່ມກຳລັງ​ປະກອບ​ອາວຸດ. ​​​ເຖິງ​ວ່າ, ທ່ານ Jalil ​ໄດ້​ຮັບ​ຮູ້​ວ່າ ວິວັດ​ການ​ດັ່ງກ່າວປະຈຸ​ບັນ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຊັກ​ຊ້າ ​ແລະ ກຳ​ລັງ​ປະກອບ​ອາວຸດຂອງ NTC ​ເບິ່ງ​ຄື​ວ່າບໍ່​ສາມາດ​ຄວບ​ຄຸ້ມ​ສະພາບ​ການ​ໄດ້. ບັນດາ​ມື​ປືນ​ທີ່​ມາ​ຈາກ​ຫຼາຍນະຄອນ ​ແລະ ​ເຜົ່າ​ຕ່າງໆ, ພາຍຫຼັງ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ແກ່ຍາວ​​ເປັນ​ເວລາ 9 ​ເດືອນ​ເພື່ອ​ຕ້ານ​ລັດຖະບານ​ຂອງ​ທ່ານ Muamar Gadhafi ​ພວມຕັ້ງ​ຫຼັກຢູ່​ນະຄອນຫຼວງ, ຢືດຄອງຕຶກ​ອາຄານ​ຂອງ​ລັດຖະບານ​ຫຼາຍ​ຫຼັງ​​ເພື່ອ​​ເຮັດ​ສຳນັກງານ. ບັນດາ​ກຸ່ມຄົນ​ນີ້​ປະຕິ​ເສດ​ການສະຫຼາຍ  ​ແລະ ມອບ​ອາວຸດ​ເພາະເຂົາ​ເຈົ້າ​ໄດ້​ຖື​ວ່າ​ ເລື່ອງ​ຮັກສາ​ການ​ມີໜ້າ​ຂອງ​ກຳລັງ​ປະກອບ​ອາວຸດ​ຢູ່​ນະຄອນຫຼວງ​ຈະ​ຮັບປະກັນ​ໃຫ້​ເຂົາ​ເຈົ້າ​ຍາດ​ໄດ້​ອຳນາດ​ທາງ​ການ​ເມືອງ .
ຂ່າວ/ບົດ​ອື່ນ