(vovworld) – ວັນທີ 9/7, ຄະນະກຳມະການເລືອກຕັ້ງສູງສຸດແຫ່ງຊາດ ລີບີ ໄດ້ປະກາດໝາກຜົນໃນເບື້ອງຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດປະເທດນີ້ ທີ່ດຳເນີນເມື່ອວັນທີ 7/7 ຜ່ານມາ. ເຊິ່ງຕາມນັ້ນແລ້ວ, ສະຫະພັນບັນດາກຳລັງຊົນຊາດ (ຫຼື NFA) ຂອງ ອະດີດນາຍົກລັດຖະມົນຕີ Mahmoud Jibril ພວມນຳໜ້າເມື່ອຍາດໄດ້ບັດສະໜັບສະໜູນກ່ວາ 50.000 ບັດໃນສະຖານທີ່ປ່ອນບັດເລືອກຕັ້ງ 3 ແຫ່ງ. ໃນການປະຊຸມຂ່າວຢູ່ນະຄອນຫຼວງ Tripoli, ປະທານຄະນະກຳມະການເລືອກຕັ້ງສູງສຸດແຫ່ງຊາດ ທ່ານ Nuri Al Abbar ໃຫ້ຮູ້ວ່າ: ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງໃນການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້ແມ່ນກ່ວາ 60%. ສະພາແຫ່ງຊາດຊຸດໃໝ່ ຢູ່ ລີບີ, ດ້ວຍ 200 ທີ່ນັ່ງ, ຈະມີໜ້າທີ່ເລືອກຕັ້ງລັດຖະບານໃໝ່ແທນໃຫ້ສະພາປົກຄອງໄລຍະຂ້າມຜ່ານ (ຫຼື NTC) ແລະ ຮຽບຮຽງລັດຖະທຳມະນູນໃໝ່ ເພື່ອນຳມາລົງປະຊາມະຕິໃນທົ່ວປະເທດ. ຄາດວ່າ, ໝາກຜົນຂອງການເລືອກຕັ້ງສຸດທ້າຍຈະໄດ້ຮັບການປະກາດໃນວັນທີ 11/7.