ລີບີມີນາຍົກລັດຖະມົນຕີ ຄົນໃໝ່


ລີບີມີນາຍົກລັດຖະມົນຕີ ຄົນໃໝ່ - ảnh 1

(ພາບ: nhandan.com.vn)

(vovworld)- ວົງ​ການ​ເຈົ້າໜ້າ​ທີ່​ສະພາ​ແຫ່ງ​ຊາດ​ລີ​ບີ ​ໃຫ້​ຮູ້​ວ່າ: ວັນ​ທີ 4/5, ທ່ານ Ahmed Miitig ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນນາ​ຍົກ​ລັດຖະມົນຕີ​ຄົນ​ໃໝ່ຂອງລີ​ບີ​ ​ໃນ​ການ​ປ່ອນ​ບັດ​ຂອງ​ສະພາ​ແຫ່ງ​ຊາດ​ຊົ່ວຄາວ​ລີ​ບີ. ນີ້​ແມ່ນ​ຄັ້ງທີ 2 ​ໃນ​ສອງ​ອາທິດ​ຜ່ານ​ມາ​ທີ່ອົງການ​ນິຕິ​ບັດ​ຍັດ​ຂອງ​ລີ​ບີ ​ໄດ້​ຈັດການ​ປ່ອນ​ບັດ​ເລືອກ​ຕັ້ງນາ​ຍົກ​ລັດຖະມົນຕີ​ຄົນ​ໃໝ່, ພາຍຫຼັງ​ທີ່​ການ​ປ່ອນ​ບັດ​ເລືອ​ກຕັ້ງຄັ້ງທີ 1 ຈັດ​ຂຶ້ນ​ເມື່ອ​ວັນ​ທີ 29/4 ຜ່ານ​ມາ​ຖືກ​ຢຸດ​ສະ​ງັກຍ້ອນການ​ກີດຂວາງ​ຂອງ​ມື​ປືນ​ຈຳນວນ​ໜຶ່ງ. ລີ​ບີ ຕົກ​ເຂົ້າສູ່ສະພາບ​ວິ​ກິດ​ການ​​ໃນຂະນະ​ທີ່​ບັນດາ​ກຸ່ມ​ປະກອບ​ອາວຸດ ​ແລະ ທະຫານ​ກະບົດ​ຍຶດຄອງ​ນະຄອນ ​ແລະ ທ່າ​ກຳ​ປັ່ນ​ຫຼາຍ​ແຫ່ງ​ນັບ​ແຕ່​ຫຼັງ​ການ​ລຸກ​ຮຶ້ຂຶ້ນ​ໂຄ່ນ​ລົ້ມການ​ນຳ Muammar Gaddafi ​ເມື່ອ​ປີ 2011. ກຳລັງ​ທະຫານ​ກະບົດ​ຢູ່​ລີ​ບີ ​ໄດ້​ຄວບ​ຄຸມ​ທ່າສົ່ງ​ອອກ​ນ້ຳມັນ​ບໍ່ 5 ​ແຫ່ງ​ນັບ​ແຕ່​ເດືອນ 6/2013./.

ຂ່າວ/ບົດ​ອື່ນ