ລີບີມີໄພຈະຕົກເຂົ້າ ສູ່ສົງຄາມກາງເມືອງ

ລີບີມີໄພຈະຕົກເຂົ້າ ສູ່ສົງຄາມກາງເມືອງ - ảnh 1
ການປະທະກັນລະຫວ່າງບັນດາກຸ່ມປະກອບອາວຸດເຮັດໃຫ້ ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ
(ພາບ:hoinguoiviet.ru)

ວັນ​ທີ 15/1, ການ​ປະ​ທະ​ກັນ​ພັດ​ເກີດ​ຂຶ້ນ​ຄືນ​ໃໝ່​ຢູ່​ນະຄອນຫຼວງ Tripoli ຂອງ ລີ​ບີອັນ​ໄດ້ ​ເຮັດ​​ໃຫ້​​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບການ​ເກີດສົງຄາມ​ກາງ​ເມືອງ​​​ຢູ່​ປະ​ເທດ​ ອາ​ຟຣີກກາເໜືອ​ນີ້​ເພີ່ມ​ທະວີ​ຂຶ້ນ. ຫ້ອງ​ວ່າການ​ນາຍົກລັດຖະມົນຕີ ລີ​ບີ Rahim Al Kib ​ໃຫ້​ຮູ້​ວ່າ: ກຸ່ມ​ປະກອບ​ອາວຸດ​ຢູ່​ເທດສະບານ​ເມືອງ Gharyab ຫ່າງ​ຈາກ Tripoli 80 ກມ ​ໄປທາງ​ທິດ​​ໃຕ້, ​ໄດ້​ມີ​ການ​ປະ​ທະ​ກັນ​ກັບ​ກຸ່ມ​ປະກອບ​ອາວຸດ​ອື່ນ​ທີ່​ຕັ້ງ​ທັບ​ຢູ່​ເທດສະບານ Assabia ມໍ່ໆ​ນັ້ນ. ການ​ປະ​ທະ​ກັນ​ດັ່ງ​ກ່າວ​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ 50 ຄົນ​ຖືກຮັບ​ບາດ​ເຈັບ. ​ກ່ອນ​ນັ້ນ 2 ວັນ, 2 ກຸ່ມ​ປະກອບ​ອາວຸດ​ນີ້​ໄດ້​ໃຊ້ປືນ​ຈັກ ​ແລະ rocket ຍິ່ງ​ປະ​ທະ​ກັນພາຍຫຼັງ​ທີ່​ກຸ່ມ​ປະກອບ​ອາວຸດ ຢູ່ Assabia ບໍ່​​ເຫັນ​ດີ​ເລື່ອງ​ກຸ່ມ​ປະກອບ​ອາວຸດ​ຢູ່ Gharyab ຈັດ​ຕົວ​ບັນດາ​ຜູ້​ຖືກ​ກ່າວ​ຫາ​ແມ່ນ​ມີ​ສ່ວນກ່ຽວ​ຂ້ອງ​ເຖິງ​ອຳນາດ​ການ​ປົກຄອງ​ທີ່​ຖືກ​ໂຄ່ນ​ລົ້ມ. ການ​ປະ​ທະ​ກັນ​ເຮັດ​​ໃຫ້ 2 ຄົນ​ເສຍ​ຊີວິດ ​ແລະ 50 ຄົນ​ຖືກ​ຮັບ​ບາດ​ເຈັບ.
ຂ່າວ/ບົດ​ອື່ນ