(vovworld) - ຕອນເຊົ້າວັນທີ 01/04, ຢູ່ຮ່າໂນ້ຍ, ຄະນະກຳມະການປັບປຸງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຮັບ ເອກະສານລວບລວມຄຳຄິດຄຳເຫັນທີ່ປະກອບ ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. ເອກະສານລວບລວມຄຳຄິດຄຳເຫັນກວ່າ 8 ລ້ານຄົນຂອງປະຊາຊົນທຸກຊັ້ນວັນນະຜ່ານລະບົບແນວໂຮມປະເທດຊາດ ທີ່ປະກອບຄຳເຫັນປັບປຸງ, ເພີ່ມເຕີ່ມໃສ່ລັດຖະທຳມະນູນປີ 1992. ແຕ່ໄລຍະທ້ອນໂຮມປະເທດຊາດເຂົ້າກັນເປັນເອກະພາບ ແລະ ຜ່ານການປັບປຸງລັດຖະທຳມະນູນເປັນ 3 ຄັ້ງ, ຍັງບໍ່ມີເທື່ອໃດທີ່ປະຊາຊົນມີຄວາມເອົາໃຈໃສ່, ຕິດຕາມ, ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນຫຼາຍຄືຄັ້ງນີ້. ປະຊາຊົນທຸກຊັ້ນວັນນະຈາກຜູ້ຊົງຄຸນວຸດທິ, ນັກປັນຍາຊົນ, ຜູ້ດີເດັ່ນໃນບັນດາເຜົ່າສ່ວນໜ້ອຍ, ບັນດາຜູ້ມີຍົດຖາບັນດາສັກທາງສາສະໜາ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຕ່າງກໍ່ສຸດຈິດສຸດໃຈ ປະກອບບັນດາຄຳຄິດຄຳເຫັນທີ່ມີຄວາມຮັບຜິດຊອບ, ເພື່ອປັບປຸງ, ເພີ່ມເຕີ່ມໃສ່ລັດຖະທຳມະນູນ. ຜ່ານນັ້ນ ໄດ້ສະແດງໃຫ້ເຫັນສິດເປັນເຈົ້າຂອງປະຊາຊົນທີ່ມີຕໍ່ປະເທດຊາດ, ທີ່ມີຕໍ່ການສ້າງສາປະເທດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ. ໃນໄລຍະຈະມາເຖິງ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສະມາຊິກ ຈະສືບຕໍ່ຈັດຕັ້ງເພື່ອໃຫ້ປະຊາຊົນມີຂໍ້ສະເໜີແນະປະກອບຄຳຄິດຄຳເຫັນ, ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຈົນຮອດເວລາທີ່ສະພາແຫ່ງຊາດຮັບຮອງເອົາ.