ລະດົມພູມປັນຍາຂອງທົວພັກ, ທົ່ວປວງຊົນ, ທົ່ວກອງທັບເຂົ້າໃນການສ້າງລັດຖະທຳມະນູນ

ລະດົມພູມປັນຍາຂອງທົວພັກ, ທົ່ວປວງຊົນ, ທົ່ວກອງທັບເຂົ້າໃນການສ້າງລັດຖະທຳມະນູນ - ảnh 1
ການພົບ​ປະ​ແລກປ່ຽນ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດ
ໂດຍ​ໜັງສືພິມ​ເອ​ເລກ​ໂຕ​ນິກພັກ​ກອມ​ມູນິດ​ຫວຽດນາມ ຈັດ​ຕັ້ງ
(ພາບ: xaluan.com)


(vovworld) - ໃນ​ການພົບ​ປະ​ແລກປ່ຽນ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດດ້ວຍ​ຫົວ​ຂໍ້​ວ່າ “ລະ​ດົມ​ພູມ​ປັນຍາຂອງ​ທົວພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​​​ໃນ​ການສ້າງ​ລັດຖະທຳ​ມະນູນ”, ​ໂດຍ​ໜັງສືພິມ​ເອ​ເລກ​ໂຕ​ນິກພັກ​ກອມ​ມູນິດ​ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 26/03, ຢູ່​ຮ່າ​ໂນ້ຍ. ມີ​ເກືອບ 15 ລ້ານ​ຄຳ​ເຫັນຂອງ​ປະຊາຊົນ​​ທີ່​ປະກອບໃສ່​ບັນດາ​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ, ​ໃນ​ນັ້ນ​ມີ 4 ພາກ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ ​ເຊິ່ງລວມມື; ພາກ​ທີ 1 ກ່ຽວ​ກັບ​ລະບອບ​ການ​ເມືອງ; ພາກ​ທີ 2 ກ່ຽວ​ກັບ​ສິດ​ທິມະນຸດ, ສິດ ​ແລະ ພັນ​ທະ​ເປັນ​ພື້ນຖານ​ຂອງ​ພົນລະ​ເມືອງ; ພາກ​ທີ 3 ກ່ຽວ​ກັບ​ເສດຖະກິດ, ສັງຄົມ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ; ພາກ​ທີ 4 ກ່ຽວ​ກັບ​ສະພາ​ແຫ່ງ​ຊາດ. ທ່ານປະລິຍາ​ເອກ ​ເລ​ມິ​ງທົງ, ຮອງ​ປະທານ​ຄະນະ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ຄະນະ​ບັນນາທິການ​ຄະນະ​ກຳມະການຮຽບຮຽງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບ​ປຸງ, ​ໃຫ້​ຮູ້​ວ່າ.

        “ພວກ​ເຮົາ​ຫັນ​ພາກ​ສິດ​ທະ​ມະນຸດ ຈາກ​ພາກ​ທີ 5 ຂຶ້ນ​ພາກ​ທີ 2 ​ນັ້ນແມ່ນ: ຍາມ​ໃດ​ກໍ​ເຄົາລົບ​ສິດທິ​ມະນຸດ ​ແລະ ສິດ​ຂອງ​ພົນລະ​ເມືອງ; ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບປະກັນ​ ພັດທະນາ​ສິດທິມະນຸດ ​ແລະ ສິດ​ຂອງພົນລະ​ເມືອງ​ໃນ​ເງື່ອນ​ໄຂຂອງ​​ຫວຽດນາມ. ຈຸດ​ໃໝ່​ໃນ​ຮ່າງ​ລັດຖະທຳ​ມະນູນ​ນັ້ນ​ແມ່ນ ພວກ​ເຮົາ​ຊັບຊ້ອນ​ບັນດາ​ມາດຕາ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ສິດ​ພົນລະ​ເມືອງ ຕາມ​ລະບຽບການ, ​ເໝາະ​ສົມ​ກັບ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດ​ທິມະນຸດ ​ແລະ ສິດ​ຂອງພົນລະ​ເມືອງ. ພວດ​ເຮົາປັບປ​ຸງດ້ານ​ເຕັກນິກ​ເພື່ອ​ຮັບປະກັນ​ບັນດາ​ສິດ​ດັ່ງກ່າວ​​ ຖືກ​ກຳນົດ​ຢ່າງ​ແທດ​ຈິ່ງ ​ແລະ ມີ​ການຕິດ​ພັນ​ລະຫວ່າງ​ສິດ​ນັ້ນ​ກັບໜ້າ​ທີ່​ຮັບຜິດຊອບຂອງ​ລັດ, ​ຄວາມ​ຮັບຜິດຊອບຂອງ​ສັງຄົມ, ຂອງ​ພົນລະ​ເມືອງ”.

ແລະ ກໍ່​ໃນກອງ​ປະຊຸມຂອງ​ຂະ​ແໜງ​ສື່​ມວນ​ຊົນທີ່ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ​ເຊິ່ງຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ໃນ​ຕອນ​ບ່າຍ​ວັນ​ທີ 26/3, ບັນດາ​ຄຳ​ເຫັນ​ໄດ້​ຢັ້ງຢືນ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ບັນດາ​ຄຳ​ເຫັນ​ທີ່​ຝືນ​ກັບ​ທ່າ​ອ່ຽງ​ໃນ​ປະຈຸ​ບັນ, ຕ້ານ​ບົດບາດນຳ​ພາ​ຂອງ​ພັກ. ກ່ຽວຂ້ອງ​ເຖິງ​ສິດ​ຂອງ​ມົນ​ລະ​ເມືອງ​ກ່ຽວ​ກັບຄວາມ​ເສລີໃນ​ການ​ປາກ​ເວົ້າ​, ຄວາມ​ເສລີ​ໃນ​ການ​​ໃຫ້ຂ່າວ. ນັກ​ຂ່າວ ຟານ​ກວາງ, ອະດີດ​ປະທານ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ, ປະກອບ​ຄຳ​ເຫັນ​ວ່າ:

        ”ລັດຖະທຳ​ມະນູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ລັດ​ຂອງ​ປະຊາຊົນ​​ແມ່ນ​ແຫ່ງ​ປົກ​ປ້ອງ​ສິດທິ​ມະນຸດ, ​ເຄົາລົບ​ສິດທິ​ມະນຸດ ​ແລະ ​ສະກັດ​ກັ້ນ​ບັນດາ​ການ​ກະທຳ​ທີ່​ສວຍ​ໃຊ້​ສິດທິ​ມະນຸດ. ກ່ຽວ​ກັບ​ສິດທິ​ມະນຸດ, ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ສິດ​ໃຫ້​ຂ່າວ. ຂ້າພະ​ເຈົ້າ​ຊົມ​ເຊີຍ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ​​ສະບັບປັບ​ປຸງ​ນີ້, ໄດ້​ສະ​ແດງ​ໃຫ້​ເຫັນ​ສິດທິ​ມະນຸດ​ຢ່າງ​ຄົບ​ຖ້ວນ. ​ແຕ່​ສຳລັບ​ສິດ​ໃຫ້​ຂ່າວ, ສື່​ມວນ​ຊົນ​ຕ້ອງ​​ເປັນ​ຜູ້​ປົກ​ປ້ອງ​ສິດ​​ໄດ້ໃຫ້​ຂ່າວ ​ແລະ ສິດ​ດຳ​ເນີນ​ອາຊີບ​ຂອງ​ຕົນ, ​ເພາະວ່າ​ສິດ​ດຳ​ເນີນ​ອາຊີບ​ມີ​ຄວາມ​ໝາຍວ່າແມ່ນ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ​ຂອງ​ພົນລະ​ເມືອງíí

ຂ່າວ/ບົດ​ອື່ນ