ລະດົມແຫຼ່ງອຸປະຖຳສາກົນເພື່ອກໍ່ສ້າງຊົນນະບົດໃໝ່ຢູ່ ຫວຽດນາມ

ລະດົມແຫຼ່ງອຸປະຖຳສາກົນເພື່ອກໍ່ສ້າງຊົນນະບົດໃໝ່ຢູ່ ຫວຽດນາມ - ảnh 1
ພາບປະກອບ

(vovworld) – ວັນ​ທີ 14/5, ຢູ່​ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລ​ະ ພັດທະນາ​ຊົນນະບົດ ຫວຽດນາມ, ​ໂຄງການ​ໜູນ​ຊ່ວຍ​ສາກົນ (ISG) ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​​ອຸປະຖຳ​​ໃຫ້​ແກ່​ການກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລ​ະ ພັດທະນາ​ຊົນນະບົດ ຫວຽດນາມ ກາວ​ດຶກ​ຟາດ ​ໃຫ້​ຮູ້​ວ່າ, ​ໄລຍະ​ຜ່ານ​ມາ, ​ຫຼາຍ​ທ້ອງ​ຖິ່ນ​ໄດ້​ລະດົມ​ກຳລັງ​ພາຍ​ໃນ​ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່ສ້າງ​ຊົນ​ນະ​ບົດ​ໃໝ່ ​ແລະ ບັນລຸ​​ໄດ້ໝາກ​ຜົນທີ່ດີ. ​ເຖິງ​​ແນວ​ນັ້ນ​ກໍ່ຕາມ, ການ​ຮຳ່ຮຽນ​​​ເອົາບົດຮຽນສາກົນ​ໃນ​ການ​ພັດທະນາ​ຊົນນະບົດ​ແມ່ນ​ສຳຄັນ​ທີ່​ສຸດ. ປະຈຸ​ບັນ, ຫວຽດນາມ​ສ້າງ​ກາລະ​ໂອກາດ​ການ​ໂອ້​ລົມ​ສົນທະນາ​ລະຫວ່າງ​ບັນດາ​ຄູ່​ຮ່ວມ​ມື​​ເຂົ້າ​ຮ່ວມ​ກໍ່ສ້າງ, ໜູນ​ຊ່ວຍ​ພັດ​ທະນາ, ​ແບ່ງປັນ​ບັນດາ​ຄວາມ​ຫຍຸ້ງ​ຍາກ, ການ​ທ້າ​ທາຍ​ກໍ່​ຄື​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

        ທີ່​ເວທີ​ປາ​ໄສ, ຕາງໜ້າ​​ໃຫ້ບັນດາ​ນັກ​ອຸປະຖຳ 2 ຝ່າຍ, ທ່ານ Jean – Marc Gravellini, ຜູ້ອຳນວຍການ​ອົງການ​ພັດທະນາ ຝຣັ່ງ (AFD) ປະຈຳ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ ​​ໃນໄລຍະ 2013 – 2015, AFD ໜູນ​ຊ່ວຍ ຫວຽດນາມ ຫັນ​ຂະ​ແໜງ​ຜະລິດ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ, ສັງຄົມ ​ເປັນ​ທັນ​ສະ​ໄໝ, ຍົກ​ສູງ​ຄຸນ​ນະພາ​ບ, ສະ​ມັດ​ຕະພາບ ​ແລະ ສົມທົບ​ບັນດາ​ຂະ​ແໜງ​ອຸດສາຫະກຳ, ຊຸກຍູ້​ການ​ສອນ​ວິຊາ​ຊີບ​ທີ່ມີ​ຄຸນ​ນະພາ​ບສູງ. ທ່ານ Henning Pedersen, ຫົວໜ້າ​ຜູ້ຕາງໜ້າ​ກອງ​ທຶນ​ພັດທະນາ​ກະສິກຳ​ສາກົນ (IFAD) ປະຈຳ ຫວຽດນາມ, ສະ​ເໜີ​ໃຫ້​ລັດຖະບານ​ຫວຽດນາມ ຄວນ​ເພີ່ມ​ທະວີ​ການ​ສຳ​ພັດ​ຕາມ​ທິດ​ຕະຫຼາດ​ຢູ່​ທ້ອງ​ຖິ່ນ, ສົ່ງ​ເສີມ​ການ​ປ່ຽນ​ໃໝ່​ໃນ​ການວາງ​ແຜນ​​ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ​ພາກ​ເອກະ​ຊົນ ​ແລະ ນຳ​ໃຊ້​ບັນດາ​ມູນ​ຄ່າ, ​ເລື່ອງ​ປັບປຸງ​ບັນດາ​ບໍລິການ​ການ​ເງິ​ນ ​ແລະ ພັດທະນາ​ການ​ດຳ​ເນີນ​ທຸລະ​ກິດ​​​ໃນເຂດຊົນນະບົດ.

 

ຂ່າວ/ບົດ​ອື່ນ