ລາຄານ້ຳມັນດິບເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 4 ປີຜ່ານມາ

(VOVWORLD) -ວັນທີ 24 ກັນຍາ, ລາຄານ້ຳມັນດິບໄດ້ເພີ່ມຂຶ້ນເຖິງ 81 USD/ຖັງ.
ລາຄານ້ຳມັນດິບເພີ່ມຂຶ້ນສູງທີ່ສຸດໃນຮອບເວລາ 4 ປີຜ່ານມາ - ảnh 1 (ພາບປະກອບ: AFP/TTXVN)

ນີ້ແມ່ນລາຄາສູງທີ່ສຸດນັບແຕ່ເດືອນພະຈິກ 2014 ພາຍຫຼັງອົງການຈັດຕັ້ງບັນດາປະເທດທີ່ສົ່ງອອກນ້ຳມັນ (OPEC) ແລະ ບັນດາປະເທດຜະລິດນ້ຳມັນຫຼັກແຫຼ່ງອື່ນໆ ປະຕິເສດຄຳຮຽກຮ້ອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ກ່ຽວກັບເລື່ອງເພີ່ມປະລິມານ ເພື່ອແນໃສ່ຫຼຸດລາຄານ້ຳມັນເພີ່ມຂຶ້ນໃນຕະຫຼາດ.

        ຕາມບັນດານັກໄຈ້ແຍກແລ້ວ, ລາຄານ້ຳມັນເພີ່ມຂຶ້ນ ພາຍຫຼັງທີ່ OPEC ແລະ ບັນດາປະເທດຄູ່ຮ່ວມມືຜະລິດນ້ຳມັນ, ໃນນັ້ນມີລັດເຊຍ ໄດ້ສິ້ນສຸດກອງປະຊຸມຢູ່ອານເຊຣີ ຫາກບໍ່ຍົກອອກບໍ່ວ່າຂໍ້ສະເໜີທາງການໃດໆກ່ຽວກັບການເພີ່ມປະລິມານນ້ຳມັນເພີ່ມເຕີມ. ບັນດາປະເທດຜະລິດນ້ຳມັນຢູ່ໃນ ແລະ ນອກ OPEC ປະຕິເສດທຸກຂໍ້ສະເໜີໃນການເພີ່ມ ຫຼື ເພີ່ມເຕີມປະລິມານນ້ຳມັນດິບໂດຍທັນທີ, ປະຕິເສດຄຳຮຽກຮ້ອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ກ່ຽວກັບເລື່ອງເພີ່ມທະວີປະລິມານນ້ຳມັນເພື່ອຫຼຸດລາຄາໃນຕະຫຼາດນ້ຳມັນລົງ.

ຕອບກັບ

ຂ່າວ/ບົດ​ອື່ນ