(vovworld)- ປະລິມານນ້ຳມັນໃນລະບົບສາງສະສົມຍຸດທະສາດຂອງ ອາເມລິກາ ເປັນຄັ້ງທຳອິດໃນ 4 ເດືອນຜ່ານມາໄດ້ຫລຸດລົງ, ສາຍເຫດຕົ້ນຕໍເຮັດໃຫ້ລາຄານ້ຳມັນດິບຢູ່ຕະຫລາດ ອາເມລິກາ ສືບຕໍ່ເພີ່ມຂຶ້ນໃນລະດັບສູງສຸດນັບແຕ່ຕົ້ນປີ 2015. ຕາມຕົວເລກຈາກສູນທຸລະກຳສິນຄ້າທີ່ ນີວຢອກ ແລ້ວ, ໃນການທຸລະກຳທ້າຍວັນທີ 6/5, ລາຄານ້ຳມັນດິບຂອງອາເມລິກາ ສົ່ງຂາຍໃຫ້ລູກຄ້າໃນເດືອນ 6 ຈະມາເຖິງ ແມ່ນເພີ່ມຂຶ້ນ 60,93 USD/ຖັງ, ຊື່ງແມ່ນລະດັບລາຄາສູງສຸດນັບແຕ່ຕົ້ນເດືອນ 12/2014ມາຮອດປະຈຸບັນ. ຢູ່ ຕະຫລາດ ລອນດອນ, ລາຄານ້ຳມັນດິບ ໄດ້ເພີ່ມຂຶ້ນ 67,77 USD/ຖັງ ແລະ ກໍແມ່ນລະດັບສູງສຸດນັບແຕ່ຕົ້ນປີ 2015 ມາຮອດປະຈຸບັນ. ເປັນອັນວ່າ ລາຄານ້ຳມັນດິບຂອງ ອາເມລິກາ ໄດ້ເພີ່ມຂຶ້ນທັງໝົດ 50% ນັບແຕ່ເມື່ອລະດັບຕ່ຳສຸດໃນເດືອນ 3 ແລະ ລາຄານ້ຳມັນດິບຂອງ ອັງກິດ ກໍເພີ່ມຂຶ້ນທັງໝົດ 30% ເມື່ອທຽບໃສ່ລະດັບຫລຸດລົງກວ່າ 50% ນັບແຕ່ເມື່ອເດືອນ 6/2014 ຮອດເດືອນ 1/2015.