(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 06/01, ຢູ່ຮ່າໂນ້ຍ, ໜັງສືພິມຜູ້ແທນປະຊາຊົນຂອງສະພາແຫ່ງຊາດຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2012 ແລະ ມອບລາງວັນສື່ມວນຊົນກ່ຽວກັບຫົວເລື່ອງສະພາແຫ່ງຊາດ ແລະ ສະພາປະຊາຊົນປີ 2012. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລິວ ໄດ້ເຂົ້າຮ່ວມ. ໃນປີ 2012, ໜັງສືພິມຜູ້ແທນປະຊາຊົນ ໄດ້ປະຕິບັດວຽກງານຂໍ້ມູນຂ່າວກ່ຽວກັບບັນດາກອງປະຊຸມສະພາແຫ່ງຊາດເປັນຢ່າງດີ, ຕັ້ງໜ້າໂຄສະນາກ່ຽວກັບບັນດາທິດທາງຂອງພັກ, ກຳນົດທິດໃຫ້ແກ່ການຂຽນຂ່າວ, ບົດໃຫ້ນັກຂ່າວ, ຍົກສູງຄຸນນະພາບເນື້ອໃນຂອງໜັງສືພິມ ເພື່ອຊ່ວຍໃຫ້ຜູ້ອ່ານເຂົ້າໃຈກ່ຽວກັບສະພາແຫ່ງຊາດປ່ຽນໃໝ່. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາພະນັກງານ, ນັກຂ່າວບັນນາທິການໜັງສືພິມຜູ້ແທນປະຊາຊົນເຊິ່ງໄດ້ປ່ຽນໃໝ່ການເຄື່ອນໄຫວເພື່ອຍົກສູງຄຸນນະພາບຂອງໜັງສືພິມທີ່ສົ່ງເຖິງປະຊາຊົນ. ທ່ານຮອງປະທານສະພາແຫ່ງຊາດໄດ້ເນັ້ນໜັກວ່າ; ປີ 2013, ພ້ອມກັບການຈັດຕັ້ງການເຄື່ອນໄຫວຂອງກົງຈັກແຫ່ງລັດ, ເພີ່ມທະວີປະສິດທິພາບຄຸ້ມຄອງແຫ່ງລັດ, ຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດກົດໝາຍ, ສະພາແຫ່ງຊາດສືບຕໍ່ໄດ້ຮັບການປ່ຽນໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວ, ປະຕິບັດໜ້າທີ່ສຳຄັນຄືປັບປຸງລັດຖະທຳມະນຸນປີ 1992, ດຳເນີນການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການລົງຄະແນນສຽງໄວ້ວາງໃຈ ແລະ ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ທີ່ກອງປະຊຸມ, ໜັງສືພິມຜູ້ແທນປະຊາຊົນ ໄດ້ມອບລາງວັນສື່ມວນຊົນກ່ຽວກັບຫົວເລື່ອງສະພາແຫ່ງຊາດ ແລະ ສະພາປະຊາຊົນປີ 2012 ໃຫ້ແກ່ບົດໜັງສື່ພິມ “ຄວາມຜາສຸກແມ່ນແກ່ນສານຂອງລັດຖະທຳມະນຸນຂອງພວກເຮົາ”.