ລາຊະອານາຈັກອັງກິດມຸ່ງໄປເຖິງນະໂຍບາຍປີການເງິນມີໄຫວພິບ

ລາຊະອານາຈັກອັງກິດມຸ່ງໄປເຖິງນະໂຍບາຍປີການເງິນມີໄຫວພິບ - ảnh 1
ທ່ານ Philip Hammond, ລັດ​ຖະ​ມົນ​ຕີ​ການ​ເງິນ ອັງ​ກິດ
(ພາບ​ປະ​ກອບ)

(vovworld) – ​​ຄາດ​ວ່າ, ທ່ານ Philip Hammond, ລັດ​ຖະ​ມົນ​ຕີ​ການ​ເງິນ ອັງ​ກິດ ຈະ​ຍົ​ກ​ອອກ​​ຂອບ​ເຂດ​ປີ​ການ​ເງິນ​ມ​ີ​ໄຫວ​ພິບ ອະ​ນຸ​ຍາດໃຫ້​ຍົກ​ລະ​ດັບການ​ຂ​າດ​ດຸນ​ງົບ​ປະ​ມານ​ໃນ​ກໍ​ລະ​ນີ​ປະ​ເທດ ອັງ​ກິດ ຖອນ​ອອກ​ຈາກ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ), ຫຼື​ຍັງ​ເອີ້ນ​ວ່າ Brexit, ຜົນ​ສະ​ທ້ອນ​ທີ່​ຫຍໍ້​ທໍ້​ເຖິງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ. ໜັງ​ສື​ພິມ “Financial Times” (ໜັງ​ສື​ພິມ​ລາຍ​ວັນ ກາ​ນ​ເງິນ) ໃນ​ວັນ​ທີ 2/11 ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ໂດຍບໍ່​ເຜີຍ​ຊື່​ໃຫ້​ຮູ້​ວ່າ: ໃນ​ການ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ກ່ອນນັ້ນ 1 ວັນ, ທ່ານ​ລັດ​ຖະ​ມົນ​ຕີ Hammond ພຽງ​ຄາດ​ຄະ​ເນ​ບ້ວງ​ເງິນ​​ກະ​ຕຸ້ນ​ປີ​ການ​ເງິນ​ທີ່​ຈຳ​ກັດ​ໃນ​ຖະ​ແຫຼງ​ການ​ນະ​ໂຍ​ບາຍ​ຍາມລະ​ດູ​ໃບ​ໄມ້ຫຼົ່ນ​​ຊຶ່ງຈະ​ປະ​ກາດ​ໃນ​ທ້າຍ​ເດືອນນີ້​ເທົ່າ​ນັ້ນ, ແຕ່​ກຽມ​ພ້ອມ​ເພື່ອ​ໂຍະ​ຍານ​ຂອບ​ເຂດ​ຂອງ​ການ​ຂາດ​ດຸນງົບ​ປະ​ມາ​ນ​ໃນ​ກໍ​ລະ​ນີ​ຈຳ​ເປັນ. ຕາມ​ເຈົ້າ​ໜ້າ​ທີ່​ຜູ້ນີ້​ແລ້ວ, ນະ​ໂຍ​ບາຍ​ປີ​ການ​ເງິນ​ມີ​ໄຫວ​ພິບນີ້​ເພື່ອ​ແນ​ໃສ່​ປົກ​ປ້ອງ​ພື້ນ​ຖານ​ເສດ​ຖະ​ກິດ ອັງ​ກິດ​ຕໍ່​ໜ້າ​ອະ​ນາ​ຄົດ​ທີ່​​ຊ້ອນ​ແຝງ​ເກີດຄວາມ​ຂາດ​ສະ​ຖຽນ​ລະ​ພາບຫຼາຍ​ຢ່າງ​ພາຍຫຼັງ Brexit.


ຂ່າວ/ບົດ​ອື່ນ