ລາຊະອານາຈັກອັງກິດເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມ
ທ່ານ Philip Hammond, ລັດຖະມົນຕີວ່າການກະຊວງ
ການຕ່າງປະເທດ ອັງກິດ
ພາບ:internet
|
(vovworld)- ວັນທີ 11/4, ທ່ານ Philip Hammond, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອັງກິດ ໃຫ້ຮູ້ວ່າ: ທ່ານຈະດຳເນີນການປຶກສາຫາລືກ່ຽວກັບບັນດາກາລະໂອກາດເພື່ອເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມ ໃນຂອບເຂດການຢ້ຽມຢາມ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈິມີນ. ຝ່າຍອັງກິດຢືນຢັນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານ Hammond ແມ່ນໂອກາດດີ ເພື່ອຊຸກຍູ້ການຮ່ວມມືກ່ຽວກັບດ້ານການຄ້າ ແລະ ການລົງທຶນ, ວິທະຍາສາດ, ການສຶກສາ ແລະ ຫົວຄິດປະດິດສ້າງກັບຫວຽດນາມ. ທ່ານ Hammond ຖືວ່າ: ການພົວພັນຮ່ວມມືລະຫວ່າງ ອັງກິດ ແລະ ຫວຽດນາມ ໄດ້ເປີດກວ້າງຫລາຍຂົງເຂດ, ຂະແຫນງອາຊີບທີ່ແຕກຕ່າງກັນ. ການພົວພັນດ້ານການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ອັງກິດ ເພີ່ມຂຶ້ນທົບສອງເທົ່ານັບແຕ່ປີ 2010. ເຖິງຢ່າງໃດກໍຕາມ, ຕາມທ່ານ Hammond ແລ້ວ, ຍັງມີກາລະໂອກາດຫລາຍຢ່າງໃຫ້ແກ່ສິນຄ້າ ແລະ ວິສາຫະກິດ ອັງກິດ ເປີດກວ້າງການເຄື່ອນໄຫວຢູ່ຕະຫລາດຫວຽດນາມ, ພິເສດໃນຂົງເຂດພື້ນຖານໂຄງລ່າງ, ສາທາລະນະສຸກ, ພະລັງງານ, ບໍລິການການເງິນ..ປະຈຸບັນ ອງັກິດ ພວມຕັ້ງຫນ້າຫນູນຊ່ວຍຫວຽດນາມ ຜັນຂະຫຍາຍບັນດາແຜນການປະຕິຮູບການສຶກສາ ແລະ ການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຊີຜ່ານກອງທຶນ Newton. ປີ 2010, ລາຊະອານາຈັກ ອັງກິດ ກາຍເປັນຫນຶ່ງໃນບັນດາປະເທດທຳອິດລົງນາມໃນຖະແຫລງການສ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ.
ແຈ້ງການຫນັງສືພິມຂອງກະຊວງການຕ່າງປະເທດ ອັງກິດ ໃຫ້ຮູ້ວ່າ: ວັນທີ 12/4 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Philip Hammond, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອັງກິດ. ທ່ານ Philip Hammond ກໍໄດ້ພົບປະກັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ເພື່ອປຶກສາຫາລືກ່ຽວກັບການເພີ່ມທະວີການພົວພັນສອງຝ່າຍ ແລະ ພ້ອມກັນຮ່ວມມືແກ້ໄຂບັນດາສິ່ງທ້າທາຍມີລັກສະນະທົ່ວໂລກຄື: ການປ່ຽນແປງຂອງດິນຟ້າອາກາດ, ການຄ້າສັດປ່າ, ພືດຢ່າງຜິດກົດໝາຍ… ວັນທີ 13/4, ທ່ານ Philip Hammond ຈະໄປຢ້ຽມຢາມນະຄອນໂຮ່ຈິມີນ ເພື່ອພົບປະກັບວົງການວິສາຫະກິດ ອັງກິດ ປະຈຸບັນ ພວມເຄື່ອນໄຫວຢູ່ຫວຽດນາມ.