(vovworld) - ວັນທີ 21/04, ລັດຖະບານອັງກິດ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະ 5 ປິຈະມາເຖິງ ຈະຮັບເດັກຫຼົບໄພກວ່າ 3.000 ຄົນ, ເຊິ່ງແມ່ນເປົ້າໝາຍມີຄວາມສ່ຽງໄພສູງກວ່າເພີ່ນ ຍ້ອນບັນດາການປະທະກັນໃຊ້ຄວາມຮຸນແຮງຢູ່ເຂດຕາເວັນອອກກາງ ແລະ ອາຟະລິກາເໜືອ. ຕາມແຈ້ງການຂອງຫ້ອງການກະຊວງພາຍໃນອັງກິດ ແລ້ວ, ບັນດາເປົ້າໝາຍທີ່ຈະຮັບແມ່ນເດັກຢູ່ໂດດດ່ຽວ ຫຼື ອາໄສຢູ່ນຳພໍ່ແມ່ ແລະ ມີໄພຖືກຂູດຮີດອອກແຮງງານ, ຖືກບັງຄັບໃຫ້ສົມລົດ ຫຼື ບັນດາຮູບແບບຖືກສວຍໃຊ້ອື່ນໆ. ລັດຖະບານອັງກິດ ກໍ່ແຈ້ງວ່າ ຈະຈັດສົ່ງຖັນແຖວພາລະກອນ 75 ຄົນ ເຖິງບັນດາເຂດປະຕູຢູ່ເກຼັກ ເພື່ອໜູນຊ່ວຍວິວັດການຮັບເອົາເດັກ ແລະ ຊັບຊ້ອນບ່ອນຢູ່ອາໄສໃຫ້ຄົນເຂົ້າເມືອງ. ນີ້ແມ່ນສ່ວນໜຶ່ງຂອງຂໍ້ຕົກລົງເຄື່ອນໄຫວລວມລະຫວ່າງສະຫະພາບເອີລົບ ແລະ ຕວກກີ ທີ່ບັນລຸໄດ້ເມື່ອເດືອນ 03 ຜ່ານມາ.