ລາຍການຊ່ວຍເຫລືອນັກຮຽນປະສົບກັບຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນໃນຊີວິດ
(ພາບປະກອບ: TTXVN)
(vovworld)- ຕອນເຊົ້າວັນທີ 28/6 ຢູ່ ຮ່າໂນ້ຍ, ສະມາຄົມປົກປ້ອງສິດຂອງເດັກຫວຽດນາມ ສົມທົບກັບບາງຫົວຫນ່ວຍ ຈັດຕັ້ງລາຍການ “ຊ່ວຍເຫລືອນັກຮຽນປະສົບກັບຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນໃນຊີວິດ” ຄັ້ງທີ 2 ປີ 2015. ນະທີ່ນີ້ ຄະນະຈັດຕັ້ງໄດ້ມອບທຶນສຶກສາໃຫ້ແກ່ເດັກນ້ອຍ 50 ຄົນ ຊື່ງແມ່ນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໄດ້ບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກ, ມີຜົນງານດີໃນການຮ່ຳຮຽນທີ່ຕາງຫນ້າໃຫ້ບັນດາເດັກນ້ອຍປະສົບກັບຄວາມຫຍຸ້ງຍາກຢູ່ບັນດາແຂວງ, ນະຄອນຄື: ລາວກາຍ, ບັກນິງ, ແທງຮວາ, ດາຫນັງ, ກວ໋າງຈີ້, ລອງອານ ແລະ ນະຄອນໂຮ່ຈິມີນ. ລາຍການດັ່ງກ່າວຖືກຈັດຂຶ້ນ ເພື່ອຈຸດໝາຍປະກອບສ່ວນຊ່ວຍເຫລືອເດັກນ້ອຍທຸກຍາກໃນວົງຄະນາຍາດສັງຄົມບືນຕົວຂຶ້ນໃນຊີວິດ. ນີ້ກໍແມ່ນຂົວຕໍ່ເພື່ອໃຫ້ພວກນ້ອງປະຕິບັດຄວາມໄຝ່ຝັນຂອງຕົນ ພະຍາຍາມກາຍເປັນຜູ້ມີປະໂຫຍດຕໍ່ສັງຄົມ.