ລາຍການດົນຕີປະສານສຽງມິດຕະພາບ “ອິດສະຣາແອນ - ຫວຽດນາມ”
ລາຍການດົນຕີປະສານສຽງມິດຕະພາບ “ອິດສະຣາແອນ - ຫວຽດນາມ” ຈັດຕັ້ງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ
|
(vovworld) - ເນື່ອງໃນໂອກາດທ່ານປະທານາທິບໍດີ ອິດສະຣາແອນ Reuven Ruvi Rivlin ພ້ອມດ້ວຍພັນລະຍາຢ້ຽມຢາມທາງລັດຖະກິດ ຫວຽດນາມ, ຕອນຄ່ຳວັນທີ 22/3, ລາຍການດົນຕີປະສານສຽງມິດຕະພາບ “ອິດສະຣາແອນ - ຫວຽດນາມ” ໄດ້ດຳເນີນຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ. ກ່າວຄຳເຫັນທີ່ລາຍການ, ທ່ານນາງ Meirav Eilon Shahar, ເອກອັກຄະລັດຖະທູດ ອິດສະຣາແອນ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ, ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານປະທານາທິບໍດີ Reuven Ruvi Rivlin ຖືກດຳເນີນໃນຈຸດເວລາທີ່ການພົວພັນລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ ບັນລຸໄດ້ຜົນງານຫຼາຍຢ່າງ. ລາຍການດົນຕີປະສານສຽງມິດຕະພາບ “ອິດສະຣາແອນ - ຫວຽດນາມ” ເປັນການພິສູດໃຫ້ເຫັນແກ່ການພົວພັນຮ່ວມມື, ແລກປ່ຽນວັດທະນະທຳນັບມື້ນັບເລິກເຊິ່ງ ແລະ ເຂັ້ມຂຸ້ນເຊິ່ງທັງ 2 ປະເທດພວມມານະພະຍາຍາມເພີ່ມພູນຄູນສ້າງໃນຊຸມປີຜ່ານມາ.
ລາຍການດົນຕີປະສານສຽງມິດຕະພາບ “ອິດສະຣາແອນ - ຫວຽດນາມ” ດ້ວຍການສົມທົບກັນສະແດງຂອງຜູ້ບັນຊາ, ນັກສິລະປະການຊາວ ອິດສະຣາແອນ ແລະ ການເຂົ້າຮ່ວມຂອງວົງດົນຕີປະສານສຽງ ຮ່າໂນ້ຍ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງທ່ານປະທານາທິບໍດີ ອິດສະຣາແອນ Reuven Ruvi Rivlin.