(ພາບປະກອບ)
(vovworld) - ໃນລະຫວ່າງວັນທີ 03 – 05/05 ທີ່ຈະມາເຖິງ, ຢູ່ແຂວງ ກວາງຫງ້າຍ, ມີນັກສຶກສາໃນທົ່ວປະເທດ 9.000 ຄົນ ຈະເຂົ້າຮ່ວມລາຍການ ນັກສຶກສາກັບເຂດທະເລໝູ່ເກາະຂອງປະເທດຊາດປີ 2013. ທີ່ງານບຸນ, ມີບັນດາເນື້ອໃນໂຄສະນາກ່ຽວກັບເຂດທະເລໝູ່ເກາະທີ່ມີຄວາມໝາຍດ້ານສັງຄົມອັງໃຫຍ່ຫຼວງເຊິ່ງໄດ້ຮັບການປະຕິບັດຄື: ໂຄສະນາກ່ຽວກັບອະທິປະໄຕ, ຊີວິດການເປັນຢູ່ເຂດທະເລໝູູ່່ເກາະ; ພິທີຜຸກສ່ຽວລະຫວ່າງບັນດາມະຫາວິທະຍາໄລ, ວິທະຍາໄລ ກັບເກາະຕ່າງໆ; ການຕອບບູນແທນຄຸນ, ມອບທຶນສຶກສາໃຫ້ຊາວປະມົງ, ລູກຫຼານຂອງນັກຮົບເຂດໝູ່ເກາະ... ມີນັກສຶກສາ 900 ຄົນໃນຈຳນວນ 9.000 ຄົນຈະເດີນທາງໄປເຖິງເກາະຫຼີເຊີນ ໃນຄັ້ງນີ້. ອ້າຍ ບຸຍກວາງຮຸຍ, ຮອງປະທານສະມາຄົມນັກສຶກສາຫວຽດນາມ ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າຝາກຄວາມຫວັງຕໍ່ນັກສຶກສາ 900 ຄົນທີ່ເດີນທາງໄປເກາະ, ເມື່ອໄດ້ຜ່ານພຶດຕິກຳຕົວຈິ່ງ, ຢ້ຽມຊົມບັນດາປູຊະນີຍະສະຖານປະຫວັດສາດຄື: ກອງກຳລັງທະຫານເຮືອຮ່ວາງຊາ, ໄດ້ພົບປະກັບແລດປ່ຽນກັບບັນດາເພື່ອນມິດຊາວໜຸ່ມ, ຊາວປະມົງຢູ່ເກາະແລ້ວ ພວກເພື່ອນຈະເຂົ້າໃຈກວ່າ ຈາກນັ້ນຈະປຸກລຸກຄວາມຮັກຕໍ່ບ້ານເກີດເມືອງນອນ ແລະ ປະເທດຊາດ, ຄວາມຮັກຕໍ່ເຂດໝູ່ເກາະທະເລ, ມີສະຕິກ່ຽວກັບອະທິປະໄຕເຂດທະເລໝູ່ເກາະໄດ້ຮັບການຍົກສູງຂຶ້ນ ແລະ ນັກສຶກສາ 900 ຄົນໃນທົ່ວປະເທດ ຈະເປັນນັກໂຄສະນາຢ່າງ, ມີປະສິດທິຜົນທີ່ສຸດໃນກຳລັງນັກສຶກສາຂອງພວກເຮົາ”.