ລາຍ​ການພົບ​ປະ​ແລກ​ປ່ຽນ​ທົ່ວ​ປະ​ເທດ​ກັບ​ແບບ​ຢ່າງ​ໃນ​ການ​ຮ່ຳ​ຮຽນ ແລະ ປະຕິບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ

(VOVWORLD) -ຕອນຄ່ຳວັນທີ 5 ທັນວາ, ຄະນະໂຄສະນາສຶກສາສູນກາງພັກ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນທົ່ວປະເທດບັນດາແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານ ໂຮ່ຈີມິນ ດ້ວຍຫົວຂໍ້ “ໂຮ່ຈີມິນ - ເສັ້ນທາງແຫ່ງຄວາມຄາດຫວັງ ປີ 2021”.
ລາຍ​ການພົບ​ປະ​ແລກ​ປ່ຽນ​ທົ່ວ​ປະ​ເທດ​ກັບ​ແບບ​ຢ່າງ​ໃນ​ການ​ຮ່ຳ​ຮຽນ ແລະ ປະຕິບັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ວິ​ຖີ​ຊີ​ວິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ - ảnh 1ການນຳພັກ, ລັດ ມອບສັນຍາລັກ ຍ້ອງຍໍຊົມເຊີຍ ສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານ ໂຮ່ຈີມິນ ປີ 2021 (ພາບ: TTXVN)

ລາຍການພົບປະແລກປ່ຽນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ແລະ ຕື້ນຕັນໃຈ ດ້ວຍເລື່ອງລາວ, ສາລະຄະດີກ່ຽວກັບບັນດາແບບຢ່າງດີເດັ່ນ, ວິທີເຮັດທີ່ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ຍາມໃດກໍຍົກສູງຄຸນນະທາດ, ເຈດຈຳນົງ, ມານະຈິດ, ຄວາມຫວັງຢາກອຸທິດສ່ວນ, ນ້ຳໃຈເຮັດດ້ວຍຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ບືນຕົວຂຶ້ນ, ອັນໄດ້ນຳມາເຊິ່ງຄຸນຄ່າທີ່ແທດຈິງໃຫ້ແກ່ວົງຄະນະຍາດ, ສັງຄົມ, ແຜ່ກະຈາຍຢ່າງແຮງກ່ຽວກັບຄວາມຫວັງຢາກສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ມີຄວາມຜາສຸກ; ກຳນົດທິດລະບົບຄຸນຄ່າຫຼັກແຫຼ່ງແກ່ນສານຂອງຊາວ ຫວຽດນາມ ໃນຍຸກສະໄໝໃໝ່.

ໂດຍຕາງໜ້າການນຳພັກ, ລັດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເນັ້ນໜັກວ່າ ລາຍການພົບປະແລກປ່ຽນປີນີ້ມີຄວາມໝາຍສຳຄັນພິເສດ, ເຊິ່ງຖືກຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງວັນປະທານໂຮ່ຈີມິນ ອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ ຄົບຮອບ 110 ປີ ແລະ 80 ປີ ແຫ່ງວັນປະທານໂຮ່ຈີມິນກັບຄືນເມືອປະເທດ ຊີ້ນຳໂດຍກົງການປະຕິວັດ ຫວຽດນາມ, ເປີດໜ້າປະຫວັດສາດທີ່ສະຫງ່າລາສີ ແລະ ເຕັມໄປດ້ວຍຄວາມເອກອ້າງທະນົງໃຈມາໃຫ້ຊາດ ຫວຽດນາມ. ຄວນຊຸກຍູ້ຂະບວນການແຂ່ງຂັນຮັກຊາດ, ປຸກລຸກນ້ຳໃຈອຸທິດສ່ວນ, ຄວາມຫວັງຢາກພັດທະນາປະເທດຊາດ; ຕິດພັນຢ່າງແໜ້ນແຟ້ນລະຫວ່າງການຮ່ຳຮຽນ ແລະ ການປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ວິຖີຊີວິດຂອງປະທານໂຮ່ຈີມິນ.

ໃນລາຍການ, ການນຳພັກ, ລັດ ໄດ້ມອບສັນຍາລັກ ຍ້ອງຍໍຊົມເຊີຍ 22 ສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານ ໂຮ່ຈີມິນ ປີ 2021.


 

ຕອບກັບ

ຂ່າວ/ບົດ​ອື່ນ