ລາຍການພົບປະແລກປ່ຽນສະແດງສິລະປະສາກົນ “ຂ່ຳນັບຮັບຕ້ອນປີໃໝ່ສາກົນ 2018”

(VOVWORLD) -  ກ່າວຄຳເຫັນທີ່ລາຍການ, ທ່ານນາງ ຫງວຽນລານເຮືອງ, ຫົວໜ້າຄະນະຂົນຂວາຍປະຊາຊົນນະຄອນ ຮ່າໂນ້ຍ, ປະທານສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ, ເນັ້ນໜັກວ່າ ປີ 2017 ແມ່ນປີບັນລຸຜົນສຳເລັດດີເດັ່ນໃນວຽກງານພົວພັນຕ່າງປະເທດດ້ວຍຫຼາຍເຫດການສາກົນໄດ້ຮັບການຈັດຕັ້ງຢູ່ ຮ່າໂນ້ຍ
 
ລາຍການພົບປະແລກປ່ຽນສະແດງສິລະປະສາກົນ “ຂ່ຳນັບຮັບຕ້ອນປີໃໝ່ສາກົນ 2018” - ảnh 1 ການສະແດງສິລະປະທີ່ລາຍການ

ຕອນຄ່ຳວັນທີ 30 ມັງກອນ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຮ່າໂນ້ຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະສາກົນ “ຂ່ຳນັບຮັບຕ້ອນປີໃໝ່ສາກົນ 2018” ເນື່ອງໃນໂອກາດປີໃໝ່ປີຈໍ 2018. ເຂົ້າຮ່ວມການພົບປະແລກປ່ຽນ ມີການນຳບາງອົງການ, ຄະນະ, ຂະແໜງການສູນກາງ, ນະຄອນ ໂຮ່ຈີມິນ, ບັນດາເອກອັກຄະລັດຖະທູດ, ອົງການທູຕານຸທູດ, ຜູ້ຕາງໜ້າສະຖານທູດປະເທດຕ່າງໆ, ບັນດາອົງການສາກົນ, ອົງການບໍ່ຂຶ້ນກັບລັດຖະບານ, ນັກຮຽນນັກສຶກສາຕ່າງປະເທດທີ່ພວມຮ່ຳຮຽນ, ປະຕິບັດງານຢູ່ ຮ່າໂນ້ຍ.

        ກ່າວຄຳເຫັນທີ່ລາຍການ, ທ່ານນາງ ຫງວຽນລານເຮືອງ, ຫົວໜ້າຄະນະຂົນຂວາຍປະຊາຊົນນະຄອນ ຮ່າໂນ້ຍ, ປະທານສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ, ເນັ້ນໜັກວ່າ ປີ 2017 ແມ່ນປີບັນລຸຜົນສຳເລັດດີເດັ່ນໃນວຽກງານພົວພັນຕ່າງປະເທດດ້ວຍຫຼາຍເຫດການສາກົນໄດ້ຮັບການຈັດຕັ້ງຢູ່ ຮ່າໂນ້ຍ, ພິເສດແມ່ນບັນດການເຄື່ອນໄຫວປີ APEC ຫວຽດນາມ. ມີຫຼາຍການພົວພັນສອງຝ່າຍ, ຫຼາຍຝ່າຍລະຫວ່າງນະຄອນຫຼວງ ຮ່າໂນ້ຍ ກັບບັນດາປະເທດ, ເຂດແຄ້ວນ, ທ້ອງຖິ່ນ, ອົງການຈັດຕັ້ງຕ່າງປະເທດໄດ້ຖືກສ້າງຕັ້ງ ແລະ ຍົກຂຶ້ນສູ່ລະດັບສູງໃໝ່. ເພື່ອຍາດໄດ້ບັນດາຜົນງານນັ້ນ, ກໍ່ຕ້ອງເວົ້າເຖິງການສະໜັບສະໜູນຊ່ວຍເຫຼືອຂອງເພື່ອນມິດສາກົນ.

        ໂດຍຕາງໜ້າໃຫ້ເພື່ອນມິດສາກົນ, ທ່ານ Jorge Rondon Uzcategui, ເອກອັກຄະລັດຖະທູດ Venezuela, ຫົວໜ້າຄະນະທູຕານຸທູດ ປະຈຳ ຫວຽດນາມ ໄດ້ຝາກເຖິງປະຊາຊົນ ຫວຽດນາມ ບັນດາຄຳອວຍພອນປີໃໝ່ສັນຕິພາບ, ວັດທະນາຖາວອນ, ຜາສຸກ ແລະ ບັນລຸຜົນສຳເລັດ. ທ່ານ Jorge Rondon Uzcategui ເຊື່ອໝັ້ນວ່າປີໃໝ່ປີຈໍ 2018, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ຈະສືບຕໍ່ພັດທະນາຍິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ