ລາຍການສິລະປະສະເຫລີມສະຫລອງ 70 ປີແຫ່ງວັນ
ທົ່ວພາກໃຕ້ເຂົ້າຮ່ວມການຕໍ່ຕ້ານ
|
(vovworld)- ພິທີສະເຫລີມສະຫລອງ 70 ປີແຫ່ງວັນທົ່ວພາກໃຕ້ເຂົ້າຮ່ວມການຕໍ່ຕ້ານ (23/9/1945-23/9/2015)ໄດ້ໄຂຂຶ້ນໃນຢູ່ ນະຄອນ ໂຮ່ຈິມີນ ໃນຕອນຄ່ຳວັນທີ 23/9. ລາຍການສິລະປະດັ່ງກ່າວໄດ້ວາດພາບຄືນວິວັດການຕັດສິນໃຈຍາດເອົາອຳນາດການປົກຄອງຄືນໃຫມ່ ຂອງປະຊາຊົນ ແລະ ກອງທັບ ຢູ່ ພາກໃຕ້ ແລະ ໄລຍະທາງແຫ່ງການຕໍ່ສູ້ທີ່ຫຍຸ້ງຍາກລຳບາກ, ອົງອາດກ້າຫານຂອງຊາດຫວຽດນາມ ພາຍຫລັງວັນ ທົ່ວພາກໃຕ້ເຂົ້າຮ່ວມການຕໍ່ຕ້ານ ຈົນເຖິງວັນທີ່ປະເທດຊາດໄດ້ທ້ອນໂຮມປເປັນເອກະພາບ. ທ່ານນາງ ເຢືອງທິກີມຢູງ, ດຳລົງຊີວິດຢູ່ເມືອງ 3 ນະຄອນໂຮ່ຈິມີນ ໃຫ້ຮູ້ວ່າ:
“ເມື່ອໄດ້ຊົມລາຍການສິລະປະ ພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈ, ປຸກລຸກນ້ຳໃຈຮັກຊາດໃນແຕ່ລະຄົນ. ສຳລັບປະຊາຊົນນະຄອນ ໂຮ່ຈິມິນ ແລ້ວ, ພາຍຫລັງ 70 ປີແຫ່ງວັນທົ່ວພາກໃຕ້ເຂົ້າຮ່ວມການຕໍ່ຕ້ານ, ປະຈຸບັນ ຊາວນະຄອນ ໂຮ່ຈິມີນ ເວົ້າສະເພາະ ແລະ ປະຊາຊົນຫວຽດນາມເວົ້າລວມ ລ້ວນແຕ່ໄດ້ດຳລົງຊີວິດໃນສັນຕິສຸກ.”