ລາຍການສະແດງສິລະປະພິເສດ “ລະດູບານໃໝ່ເຈື່ອງຊາ”

ລາຍການສະແດງສິລະປະພິເສດ “ລະດູບານໃໝ່ເຈື່ອງຊາ” - ảnh 1
ລາຍການສະແດງສິລະປະພິເສດ “ລະດູບານໃໝ່ເຈື່ອງຊາ”
(ພາບ: TTXVN)


(vovworld) – ຕອນ​ຄ່ຳ​ວັນ​ທີ 26/03, ຢູ່​ຮ່າ​ໂນ​້ຍ, ໜັງ​ສື​ພິມ​ເອ​ເລກ​ໂຕ​ນິກ​ພັກ​ອ​ມ​ມູ​ນິດ​ຫວຽດ​ນາມ ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຈັດ​ຕັ້ງ​ລາຍ​ການສະ​ແດງ​ສິ​ລະ​ປະ​ພິ​ເສດ “ລະ​ດູ​ບານ​ໃໝ່​ເຈື່ອງ​ຊາ”. ລາຍ​ການ​ແມ່ນ​ເພື່ອ​ແນ​ໃສ່​ເຊີດ​ຊູເຈດ​ຈຳ​ນົງ, ຄວາມ​ມຸ່ງ​ຫວັງ ແລະ ກຳ​ລັງ​ແຮງ​ອັນ​ໃຫຍ່​ຫຼ​ວງ​ຂອງ​ພະ​ນັກ​ງານ, ນັກ​ຮົບ​ພວມ​ປະ​ຕິ​ບັດ​ໜ​້າ​ທີ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ປະ​ຊາ​ຊົນ​ແຕ່​ລະ​ຄົມ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ສືບ​ຕໍ່​ນ້ຳ​ໃຈ​ສາ​ມັກ​ຄີ, ເຮັດ​ແໜ້​ນ​ການ​ພົວ​ພັນ​ທີ່​ເລິກ​ເຊິ່ງ​ກັບ​ພະ​ນັກ​ງານ, ນັກ​ຮົບ​ຢູ່​ເຂດ​ທະ​ເລ, ໝູ່​ເກາະ​ທີ່​ຫ່າງ​ໄກ. ທີ່​ລາຍ​ການ, ຜູ້​ຊົມ​ໄດ້​ຮັບ​ຊົມ​​ການ​ຂັບ​ຮ້ອງບັນ​ດາ​ບົດ​ເພງ, ວາດ​ຟ້ອນ​ຍ້ອງ​ຍໍ​ຄວາມ​ງາມ, ມະ​ນຸດ ແລະ ຊີ​ວິດ​ຢູ່​ເຈື່ອງ​ຊາ, ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ທົ່ວ​ປະ​ເທດ​ເພື່ອ​ເຈື່ອງ​ຊາ ທີ່​ຮັກ​ແພງ.


ຂ່າວ/ບົດ​ອື່ນ