ລາຍການ“ເສື້ອຍາວຫວຽດນາມ"
ພາບ:vnexpress.net
|
(vovworld)- ສືບຕໍ່ບັນດາການເຄື່ອນໄຫວຂອງງານບຸນເສື້ອຍາວນະຄອນໂຮ່ຈິມີນ ຄັ້ງທີ 4 ປີ 2017 ໂດຍພະແນກທ່ອງທ່ຽວນະຄອນໂຮ່ຈິມີນ ສົມທົບກັບສະຫະພັນແມ່ຍິງ ຈັດຕັ້ງຂຶ້ນໃນຕອນຄ່ຳວັນທີ 4/3, ຢູ່ ຖະຫນົນຍ່າງ ຫງວຽນເຫ້ວ ດ້ວຍຫົວຂໍ້ “ຄວາມງາມຂອງເສື້ອຍາວຫວຽດນາມໄປຕາມການເວລາ”. ລາຍການໄດ້ຮັບການຈັດຕັ້ງຂຶ້ນເພື່ອເຊີດຊູບັນດານັກອອກແບບ, ນັກສິລະປິນ, ນັກສິລະປະການຕຳ່ແຜ່ນ, ຊ່າງຫຍິບ ໄດ້ພ້ອມກັນສ້າງ ແລະ ຮັກສາຄວາມງາມຂອງເສື້ອຍາວຫວຽດນາມ. ເຂົ້າຮ່ວມລາຍການ, ນາງແບບ ຮົ່ງກວຽນ ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມປິຕິຊົມຊື່ນໄດ້ເຂົ້າຮ່ວມງານບຸນເສື້ອຍາວນະຄອນໂຮ່ຈິມີນ. ເມື່ອໄດ້ນຸ່ງເສື້ອຍາວ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ຮູ້ສຶກງາມກວ່າ. ຫວັງວ່າ ຈະມີຫລາຍລາຍການຄືແນວນີ້ເພື່ອເຊີດຊູຄວາມງາມຂອງເສື້ອຍາວຫວຽດນາມ.”