ລາຍການໂທລະພາບຖ່າຍທອດສົດດ້ຽນບຽນ - ຮ່າໂນ້ຍ - ເຈື່ອງຊາ

ລາຍການໂທລະພາບຖ່າຍທອດສົດດ້ຽນບຽນ - ຮ່າໂນ້ຍ - ເຈື່ອງຊາ - ảnh 1
ລາຍການ​ໂທລະພາບ​ຖ່ານ​ທອດ​ສົດ​ດ້ຽນບຽນ - ຮ່າ​ໂນ້ຍ - ​ເຈື່ອງ​ຊາ
(ພາບ: dantri.com)

(vovworld) - ຕອນ​ຄຳ່​ວັນ​ທີ 3/5, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດສົມທົບ​ກັບ​ກອງ​ບັນຊາ​ການກອງ​ທັບ​ເຮືອ, ​ໂທລະພາບ​ຕຳຫຼວດ​ປະຊາຊົນ ຈັດ​ຕັ້ງ ລາຍການ​ໂທລະພາບ​ຖ່າຍ​ທອດ​ສົດ​ດ້ຽນບຽນ - ຮ່າ​ໂນ້ຍ - ​ເຈື່ອງ​ຊາ ດ້ວຍ​ຫົວ​ຂໍ້​ວ່າ: ”ຄວາມ​ຊົງ​ຈຳທີ່ສະຫງ່າ​ອົງອາດ - ອະທິປະ​ໄຕ​ສັກກະ​ລະ​ບູຊາ”.

        ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ, 60 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນຫຼວງ, 39 ປີ ​ແຫ່ງ​ວັນ​ປົດ​ປ່ອຍ​ເຈື່ອງ​ຊາ, ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ຜູ້​ຊົມ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ ພ້ອມ​ກັນ​ຫວນ​ຄືນ​ອະດີດຕະການ​ອັນ​ພິລະ​ອາດ​ຫານ​ຂອງ​ຊາດ, ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ເຊິ່ງລຸ້ນກ່ອນ​ໄດ້​ສ້າງ​ຂຶ້ນ. ລາຍການ​ຖືກ​ຈັດ​ເປັນ 4 ພາກ ”ຜ່ານ​ເຂດ​ໄຕ​ບັກ”, ”ບຸກ​ເຂົ້າ​ຮ່າ​ໂນ້ຍ”, ”ປະ​ເທດ​ຊາດ​ຢູ່​ເຈື່ອງ​ຊາ”. ”ປະ​ເທດ​ຊາດ​ເປັນ​ເອກະ​ພາບ”. ລາຍການ​ໄດ້​ວາດ​ພາບ​ໄລຍະ​ສົງຄາມ​ທີ່ດຸ​ເດືອດ, ​ແລະ ລຸ້ນໜຸ່ມ​ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ເສຍສະຫຼະ​ເລືອດ​ເນື້ອ ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ. ລາຍການ​ໂທລະພາບ​ຖ່າຍ​ທອດ​ສົດ​ດ້ຽນບຽນ - ຮ່າ​ໂນ້ຍ - ​ເຈື່ອງ​ຊາ: ”ຄວາມ​ຊົງ​ຈຳທີ່ສະຫງ່າ​ອົງອາດ - ອະທິປະ​ໄຕ​ອັນສັກກະ​ລະ​ບູຊາ”. ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ປະຊາຊົນ​ທົ່ວ​ປະ​ເທດ, ​ແມ່ນ​ຂົວ​ຕໍ່​ລະຫວ່າງ​ອະດີດຕະການ​ກັບ​ປະຈຸ​ບັນ, ​ແມ່ນອາລົມ​ຈິດທີ່​ດີງາມ​ບໍ່​ພຽງ​ແຕ່​ໃນ​ທຸກ​ວັນ​ນີ້, ຫາກ​ໃນ​ພາຍ​ພາກ​ໜ້າ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ