(vovworld) - ທ່ານລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງລາວ, ສົມມາດ ພົນເສນາ ໃຫ້ຮູ້ວ່າ ລາວ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງຢູ່ວຽງຈັນກ່ຽວກັບການກໍ່ສ້າງເສັ້ນທາງລົດໄຟ ຄຸນໝິ່ງ - ສິງກະໂປ ໂດຍຝ່າຍຈີນ ສະເໜີ. ປະຈຸບັນ, ບັນດາປະເທດສະມາຊິກອາຊຽນ ລ້ວນແຕ່ມີລະບົບລົດໄຟຂອງຕົນ ແຕ່ຍັງບໍ່ທັນມີລະບົບທາງລົດໄຟລວມ, ເພາະສະນັ້ນ, ຝ່າຍຈີນ ໄດ້ສະເໜີລະບົບທາງລົດໄຟໃນພາກພື້ນ ທີ່ເຊື່ອມຕໍ່ບັນດາປະເທດອາຊຽນ ນຳກັນ. ເສັ້ນທາງລົກໄຟຈະເຊື່ອມຕໍ່ນະຄອນ ຄຸນໝິ່ງ ຂອງຈີນ ກັບ ສິງກະໂປ ຜ່ານປະເທດລາວ. ທ່ານ ສົມມາດ ພົນເສນາ ໃຫ້ຮູ້ວ່າ ຍອດຈຳນວນທຶນກໍ່ສ້າງທາງລົດໄຟຄວາມໄວສູງນີ້ແມ່ນປະມານ 7 ຕື້ USD.