ລາວ ແລະ ຍີ່ປຸ່ນ ເພີ່ມທະວີການພົວພັນທາງການທູດ
Quoc Khanh, ນັກຂ່າວ VOV ປະຈຳລາວ -  
ອົງມົງກຸດລາຊະກຸມມານ ຍີ່ປຸ່ນ Naruhito ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຈູມມາລີ ໄຊຍະສອນ
(ພາບ: KPL)
(vovworld) - ອົງມົງກຸດລາຊະກຸມມານ ຍີ່ປຸ່ນ Naruhito ໄດ້ມີການຢ້ຽມຢາມລາວແຕ່ວັນທີ 29/6 – 1/7. ໃນໄລຍະຢູ່ຢ້ຽມຢາມ ລາວ, ອົງມົງກຸດລາຊະກຸມມານ Naruhito ໄດ້ມີການເຈລະຈາກັບທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ລາວ ຈູມມາລີ ໄຊຍະສອນ, ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ.
ທີ່ການພົບປະຄັ້ງຕ່າງໆ, 2 ຝ່າຍຕີລາຄາສູງສາຍພົວພັນທາງການທູດ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດໃນໄລຍະກ່ວາ 50 ປີຜ່ານມາ, ພ້ອມທັງປາຖະໜາວ່າ: ການພົວພັນມິດຕະພາບຈະສືບຕໍ່ພັດທະນາ. ບັນດາການນຳລາວ ກໍຕີລາຄາສູງການຊ່ວຍເຫຼືອຂອງລັດຖະບານ ຍີ່ປຸ່ນທີ່ມີຕໍ່ລາວ ໃນຫຼາຍຂົງເຂດຜ່ານບັນດາໂຄງການຊ່ວຍເຫຼືອທຶນ ODA. ຝ່າຍຍີ່ປຸ່ນ ກໍຮັບຮູ້, ການໜູນຊ່ວຍຂອງ ຝ່າຍລາວ ທີ່ມີຕໍ່ ຍີ່ປຸ່ນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ ແລະ ຄື້ນຍັກໃນຕົ້ນປີກາຍນີ້. ເນື່ອງໃນໂອກາດນີ້, ອົງມົງກຸດລາຊະກຸມມານ ຍີ່ປຸ່ນ Naruhito ໃຫ້ຮູ້ວ່າ: ຍີ່ປຸ່ນ ຈະໜູນຊ່ວຍ ລາວ ໃນການເປັນເຈົ້າພາບຈັດຕັ້ງກອງປະຊຸມ ອາຊີ - ເອີລົບ ຄັ້ງທີ 9 (ຫຼື ASEM 9) ໃຫ້ບັງເກີດຜົນ.
Quoc Khanh, ນັກຂ່າວ VOV ປະຈຳລາວ