ລາວຈັດຕັ້ງການຍ່າງເພື່ອສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນ
(ລາວຈັດຕັ້ງການຍ່າງເພື່ອສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນ)
(vovworld) - ຕອນເຊົ້າວັນທີ 08/08, ຢູ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດລາວ ໄດ້ຈັດການຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ 18 ປີແຫ່ງວັນລາວ ເຂົ້າເປັນສະມາຊິກອາຊຽນ.
ເຂົ້າຮ່ວມການຍ່າງມີທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດລາວ ພ້ອມກັບບັນດາລັດຖະມົນຕີ, ລັດຖະມົນຕີຊ່ວຍວ່າການບັນດາກະຊວງ ແລະ ອົງການທຽບເທົ່າກະຊວງ, ຜູ້ຕ່າງໜ້າການທູດ, ອົງການຈັດຕັ້ງສາກົນຢູ່ລາວ ແລະ ປະຊາຊົນນະຄອນຫຼວງວຽງຈັນ ກວ່າ 1.000 ຄົນ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເນັ້ນໜັກວ່າ, ນີ້ແມ່ນປີສຳຄັນສຳລັບອາຊຽນ, ໂດຍສະເພາະແມ່ນໃນສະພາບປະຊາຄົມອາຊຽນ ສ້າງຕັ້ງຂຶ້ນໃນທ້າຍປີ 2015. ທ່ານກໍຢືນຢັນວ່າ, ພິທີຍ່າງເພື່ອສຸຂະພາບແມ່ນເພື່ອປຸກລະດົມປະຊາຊົນລາວ ກຽມພ້ອມທັງສຸຂະພາບ ແລະ ຈິດໃຈເພື່ອຮັບປະກັນໃຫ້ຜົນສຳເລັດຂອງອາຊຽນ ປີ 2016, ເມື່ອລາວ ໄດ້ເປັນກຽດຮັບໜ້າທີ່ເປັນປະທານມູນວຽນອາຊຽນ.