ລາວຈັດຕັ້ງການເສັງຊອກຮູ້ກ່ຽວກັບ ປະຫວັດສາດສາຍພົວພັນແບບພິເສດ ຫວຽດນາມ - ລາວ

ລາວຈັດຕັ້ງການເສັງຊອກຮູ້ກ່ຽວກັບ ປະຫວັດສາດສາຍພົວພັນແບບພິເສດ ຫວຽດນາມ - ລາວ - ảnh 1
(ພາບປະກອບ)

(vovworld) -     ມີ​ນັກຮຽນ ​ແລະ ພະນັກງານ​, ຄູ​ອາຈານໂຮງຮຽນ​ພ້ອມ​ກັບ​ຄະນະ, ຂະ​ແໜງ​ການ​ຢູ່​ນະຄອນຫຼວງ​ວຽງ​ຈັນ ກວ່າ 600 ຄົນ ​ໄດ້​ເຂົ້າ​ຮ່ວມ​ການເສັງ​ຊອກ​ຮູ້​ກ່ຽວ​ກັບ​ປະຫວັດສາດ​ສາຍ​ພົວພັນ​​ແບບ​ພິ​ເສດ​ຫວຽດນາມ - ລາວ ​ເຊິ່ງຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະ​ວິວັດ​ລາວ ສົມ​ທັບ​ກັບ​ສູນ​ກາງຄະນະ​ຊາວ​ໜູ່ມປະຊາຊົນ​ປະຕິວັດ​ລາວ, ພະ​ແນ​ກສຶກສາ - ກິລາ ວຽງ​ຈັນ ​ແລະ ​ໂຮງຮຽນ​ພອນ​ສະຫວັນ ​ແລະ ກຽມມະຫາ​ວິທະຍາ​ໄລ​ຊົນ​ເຜົ່າ​ນະຄອນຫຼວງ​ວຽງ​ຈັນ ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 26/9. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງຮອງ​ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ສູນ​ກາງພັກ ວຽງ​ແກ້ວ ພົມ​ມະຫາ​ໄຊ ຊີ້​ແຈ້ງ​ກ່ຽວ​ກັບ​ການ​ເສັງ​ຊອກ​ຮູ້​ສາຍ​ພົວພັນ​ຫວຽດນາມ - ລາວ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍສຳຄັນ ​ເພື່ອ​ຕອບ​ສະໜອງ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012, ​ເພື່ອ​ແນ​ໃສ່​ຊຸກຍູ້​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ໂຄສະນາ, ສຶກສາ​ມູນ​ເຊື້ອ​ປະຕິວັດ​ໃຫ້​ແກ່​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ລຸ້ນໜຸ່ມຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ຄວາມ​ສາມັກຄີ​ແບບ​ພິ​ເສດລະຫວ່າງ​ສອງ​ປະ​ເທດ, ພັດທະນາ​ຄວາມ​ສາມັກຄີ​ມິດຕະພາບ​​ແບບ​ພິ​ເສດ​ລະຫວ່າງຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ