ລາວຈັດຕັ້ງບຸນຊ່ວງເຮືອປະເພນີປີ2015

ລາວຈັດຕັ້ງບຸນຊ່ວງເຮືອປະເພນີປີ2015 - ảnh 1
ງານບຸນຊ່ວງ​ເຮືອ​ໄດ້​ຈັດ​ຕັ້ງ​ປະຈຳ​ປີ​ຢູ່​ນະຄອນຫລວງ ວຽງຈັນ
(ພາບອິນເຕີແນັດ)

(vovworld) – ວັນ​ທີ 28/10, ປະຊາຊົນ​ບັນດາ​ເຜົ່າ ລາວ ຈາກ​ຫລາຍ​ແຂວງ, ນະຄອນ​​ໄດ້​ມາ​ເຕົ້າ​ໂຮມ​ຢູ່​ນະຄອນຫລວງ ວຽງ​ຈັນ, ​​ເພື່ອເຂົ້າ​ຮ່ວມ​ບຸນຊ່ວງ​ເຮືອປະ​ເພນີ​ປີ 2015. ງານບຸນຊ່ວງ​ເຮືອ​ໄດ້​ຈັດ​ຕັ້ງ​ປະຈຳ​ປີ​ຢູ່​ນະຄອນຫລວງ ວຽງຈັນ. ທ່ານ ສາຍທອງ ​ແກ້ວດວງ​ດີ, ​ຮອງເຈົ້າຄອງ​ນະຄອນ​ຫລວງ ວຽງ​ຈັນ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານບຸນຊ່ວງ​ເຮືອ​ປະ​ເພນີ​ປີ 2015 ​ໃຫ້​ຮູ້​ວ່າ:

        “ງານບຸນຊ່ວງ​ເຮືອ​ປະ​ເພນີ​ແມ່​ບຸນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ຂອງ ລາວ, ສິ່ງ​ທີ່ພວກ​ຂ້າພະ​ເຈົ້າ​ຢາກ​​ໂຄສະນາ​ກັບ​ເພື່ອນ​ມິດສາ​ກົນ​ໂດຍ​ຜ່ານ​ງານ​ບຸນ​ນັ້ນ ​ແມ່ນ​ຈຸດ​ດີງາມ​ຂອງ​ວັດທະນະທຳ ລາວ, ​ແມ່ນ​ມູນ​ເຊື້ອ​ຮັກ​ແພງ​ສາມັກຄີ​ຂອງ​ປະຊາຊົນ ລາວ. ປະຊາຊົນ ລາວ ຍາມ​ໃດ​ກໍ​ພະຍາຍາມ​ປົກ​ປັກ​ຮັກສາ​ສີສັນ​ວັດທະນະທຳ​ຂອງຕົນ​ໄວ້.

        ງານ​ບຸນຊ່ວງ​ເຮືອ​ແມ່ນ​ການ​ບຸນ​ງານ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນຄຸນ​ຂອງ​ປະຊາຊົນທີ່​ມີ​ຕໍ່​ດິນ​ຟ້າອາກາດ, ​ແມ່​ນ້ຳ ລຳ​ເຊ, ທຳ​ມະ​ຊາດ. ນີ້​ກໍ​່ແມ່ນ​​ໂອກາດເພື​່ອ​ໃຫ້ປະຊາຊົນ ລາວ ​​ແນະນຳ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງປະ​ເທດຕົນກັບ​ເພື່ອນ​ມິດສາ​ກົນ.

ຂ່າວ/ບົດ​ອື່ນ