ລາວມອບຫຼຽນໄຊ, ຫຼຽນກາມິດຕະພາບ ແລະ ໃບຍ້ອງຍໍໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນຂອງ ຫວຽດນາມ

ລາວມອບຫຼຽນໄຊ, ຫຼຽນກາມິດຕະພາບ ແລະ ໃບຍ້ອງຍໍໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນຂອງ ຫວຽດນາມ - ảnh 1
ພາບປະກອບ

(vovworld) – ​ໂດຍ​ໄດ້​ຮັບ​ການ​ມອບ​ສິດ​ຈາກທ່ານ​ປະທານ​ປະ​ເທດ ສປປ ລາວ, ຕອນ​ເຊົ້າ​ວັນ​ທີ 23/9, ຢູ່ ຮ່າ​ໂນ້ຍ, ຄະ​ນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ - ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ລັດຖະບານ ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ມອບ​ຫຼຽນ​ໄຊ, ຫຼຽນ​ກາ​ມິດຕະພາບ, ​ໃບ​ຍ້ອງຍໍ​ຂອງ​ລັດຖະບານ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ ​ໃຫ້​​ແກ່ 63 ໝູ່​ຄະນະ, 148 ສ່ວນບຸກຄົນ ຫວຽດນາມ ທີ່ມີ​ຜົນງານ​ໃນ​ການ​ຊອກ​ຫາ, ທ້ອນ​ໂຮມ, ສົ່ງ​ອັດຖິ​ທະຫານ​ອາສາ​ສະ​ໝັກ ​ແລະ ຜູ້ຊ່ຽວຊານ ຫວຽດນາມ ​ໃນ​ໄລຍະ​ສົງຄາມ​ຄັ້ງ​ຕ່າງໆ​ໃນ​ດິນ​ແດນ​ລາວ​ກັບ​ເມືອ​ປະ​ເທດ. ​ເລື່ອງ​ຊອກ​ຫາ, ​ທ້ອນ​ໂຮມ, , ສົ່ງ​ອັດຖິ​ທະຫານ​ອາສາ​ສະ​ໝັກ ​ແລະ ຜູ້ຊ່ຽວຊານ ຫວຽດນາມ ​ໃນ​ໄລຍະ​ສົງຄາມ​ຄັ້ງ​ຕ່າງໆ​ໃນ​ດິນ​ແດນ​ລາວ​ກັບ​ເມືອ​ປະ​ເທດ ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ 2 ລັດ, ກອງ​ທັບ ​ແລະ ປະຊາຊົນ 2 ປະ​ເທດ ລາວ - ຫວຽດນາມ.

ຂ່າວ/ບົດ​ອື່ນ