ລາວມອບຫຼຽນໄຊໃຫ້ການນຳສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ

ລາວມອບຫຼຽນໄຊໃຫ້ການນຳສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ - ảnh 1
ທ່ານ ກິ​ແກ້ວ ​ໄຂ​ຄຳ​ພິທູນ ມອບຫຼຽນໄຊອິດ​ສະຫຼະ​ຊັ້ນ 2
​ໃຫ້​ທ່ານສາດສະດາຈານ ປະລິນຍາ​ເອກ ຕະງ້ອກ​ເຕີ໋ນ
(ພາບ: hcma.vn)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 11/04 ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນດານ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ ​ໄດ້ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ຫຼຽນ​ໄຊ ຂອງ​ພັກ ​ແລະ ລັດ ສປປ ລາວ ມອບ​ໃຫ້​ບັນດາ​ການ​ນຳ​ສະ​ຖາ​ບັນ. ຕາງໜ້າ​ພັກ ​ແລະ ລັດ ສປປ ລາວ, ທ່ານ ກິ​ແກ້ວ ​ໄຂ​ຄຳ​ພິທູນ ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົ​ມສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ ​ໄດ້​ມອບ: ຫຼຽນ​ໄຊ​ອິດ​ສະຫຼະ​ຊັ້ນ 2 ​ໃຫ້​ທ່ານສາດສະດາຈານ ປະລິນຍາ​ເອກ ຕະງ້ອກ​ເຕີ໋ນ, ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ; ຫຼຽນ​ໄຊ​ແຮງງານ​ຊັ້ນ 1 ມອບ​ໃຫ້​ທ່ານຮອງ​ສາດສະດາຈານ ປະລິນຍາ​ເອກ ຫງວຽນ​ເຕີ໋​ດ​ຢາ​ບ, ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ. ນີ້​ແມ່ນ​ຂອງຂວັນ​ອັນ​ສູງ​ສົ່ງ ​ເຊິ່ງພັກ ລັດ ລາວ ມອບ​ໃຫ້ ​ແລະ ຈົດ​ຈຳ​ບັນດາ​ການ​ປະກອບສ່ວນ​ຂອງ​ບັນດາ​ການ​ນຳ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ​ໃນ​ວຽກ​ງານ​ກໍ່ສ້າງ, ຝຶກອົບຮົ​ມ​ໃຫ້​ພະນັກງານ​ຂອງ ລາວ.


ຂ່າວ/ບົດ​ອື່ນ