ລາວສ້າງສິ່ງແວດລ້ອມຂຽວ ມຸ້ງໄປເຖິງ ASEM 9
Quoc Khanh, ນັກຂ່າວ VOV ປະຈຳລາວ -  
ປະເທດລາວ ທີ່ສວຍງາມ
(vovworld) – ວັນທີ 10/7, ລາວໄດ້ເລີ່ມຜັນຂະຫຍາຍບັ້ນຂົນຂວາຍທົ່ວປວງຊົນສ້າງສິ່ງແວດລ້ອມປອດຄວັນຢາສູບ ມຸ້ງໄປເຖິງກອງປະຊຸມ ອາຊີ - ເອີລົບ ຄັ້ງທີ 9 (ຫຼື ASEM 9). ຕາມນັ້ນແລ້ວ, ວຽກງານໂຄສະນາເຜິຍແຜ່ໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ສົມທົບກັບກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ (ຫຼື WHO) ປຸກລະດົມ. ບັນດາປ້າຍຄຳຂວັນ ໂຄສະນາ ກ່ຽວກັບການຫ້າມສູບຢາ ແລະ ສູບຢາຈະເປັນໄພອັນຕະລາຍຕໍ່ທຸກໆຄົນ ຖືກເຜີຍແຜ່ຢູ່ສະຖານທີ່ສາທາລະນະ, ບັນດາໂຮງແຮມ, ເຮືອນພັກ ແລະ ບັນດາວິສາຫະກິດທ່ອງທ່ຽວ. ກະຊວງສາທາລະນະສຸກລາວ ໃຫ້ຮູ້ວ່າ: ບັ້ນຂົນຂວາຍນີ້ ເພື່ອແນໃສ່ເຜີຍແຜ່ເຖິງປະຊາຊົນທຸກຄົນ ແລະ ແຂກທ່ອງທ່ຽວ ຄວນສ້າງສິ່ງແວດລ້ອມປອດຄວັນຢາສູບ ຕ້ອນຮັບ ASEM 9, ເຊິ່ງຈະຈັດຂຶ້ນຢູ່ລາວໃນທ້າຍປີນີ້.
ລາວມີກົດໝາຍວ່າດ້ວຍການຄວບຄຸມຢາສູບ ທີ່ມີຜົນສັກສິດແຕ່ປີ 2009, ແຕ່ເຖິງຢ່າງໃດກໍຕາມ ຍັງມີຈຳນວນຜູ້ສູບຢາກວມ 60%ສ່ວນຫຼາຍແມ່ນອາໄສຢູ່ເຂດຫ່າງໄກສອກຫຼີກ.
Quoc Khanh, ນັກຂ່າວ VOV ປະຈຳລາວ