ລາວຮັບຮູ້ຊາວຫວຽດນາມ ອາໄສຢູ່ລາວ 10 ຄົນເປັນນັກຮົບເສຍສະຫຼະ ຊີວິດເພື່ອຊາດ
Quoc Khanh ນັກຂ່າວ VOV ປະຈຳ -  
(ພາບປະກອບ)
( vovworld ) – ວັນທີ 27/7, ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຊາວຫວຽດນາມ ອາໄສຢູ່ລາວ ໄດ້ຈັດພິທີສວດມົນພາວະນາອາໄລຫາບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດຢ່າງອົງອາດກ້າຫານໃນບັນດາການຕໍ່ຕ້ານຕ້ານສັດຕູຜູ້ຮຸກຮານຂອງສອງປະເທດຫວຽດນາມ ແລະ ລາວ. ກ່ອນໜ້ານັ້ນ, ຊາວຫວຽດນາມ ອາໄສຢູ່ລາວ ກໍໄດ້ຈັດບັນດາຄະນະໄປຖະຫວາຍທູບທຽນ, ວາງພວງມາລາຢູ່ອະນຸສາວະລີບັນດານັກຮົບຊາວຫວຽດນາມ ອາໄສຢູ່ລາວ ທີ່ໄດ້ເສຍສະຫຼະຊີວິດເພື່ອປະເທດລາວ.
ມາຮອດປະຈຸບັນ, ລັດລາວໄດ້ຮັບຮູ້ຊາວຫວຽດນາມ ອາໄສຢູ່ລາວ 10 ຄົນ ແມ່ນນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ໄດ້ຮັບໃບປະເທດຊາດຈາລຶກບຸນຄຸນຂອງລັດລາວ. ຄອບຄົວຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດລ້ວນແຕ່ໄດ້ຊົມໃຊ້ບັນດາກົນໄກນະໂຍບາຍປະກາດໃຊ້ໃນປະຈຸບັນຂອງລັດລາວ ທີ່ມີຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດລາວ.
Quoc Khanh ນັກຂ່າວ VOV ປະຈຳ