ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
|
(vovworld)- ວັນທີ 15/5 ຢູ່ ນະຄອນຫລວງ ວຽງຈັນ, ໄດ້ໄຂກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 24 ແລະ ກອງປະຊຸມແຮງງານ + 3 ຄັ້ງທີ 9. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ດາວງອກຢູງ, ລັດຖະມົນຕີແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ນຳຫນ້າເຂົ້າຮ່ວມກອງປະຊຸມ. ດ້ວຍຫົວຂໍ້: “ການຫັນປ່ຽນຈາກ ການຈ້າງງານນອກລະບົບເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳ ໃນອາຊຽນ”, ບັນດາລັດຖະມົນຕີ ໄດ້ແລກປ່ຽນທັດສະນະເພື່ອຫນູນຊ່ວຍວິວັດການຫັນປ່ຽນ ຈາກ ການຈ້າງງານນອກລະບົບເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳ ໃນອາຊຽນເພື່ອນຳມາເຊິ່ງວຽກເຮັດງານທຳແບບຍືນຍົງໃຫ້ທຸກຄົນ.
ບັນດາລັດຖະມົນຕີ ກໍສະແດງຄຳໝັ້ນສັນຍາຊຸກຍູ້ການປະຕິບັດວິໄສທັດ ອາຊຽນ 2025 ແລະ ແຜນການສັງລວມປະຊາຄົມວັດທະນະທຳ ສັງຄົມ ອາຊຽນ 2025. ອັດກອງປະຊຸມ, ບັນດາລັດຖະມົນຕີ ໄດ້ຮັບຮອງເອົາຖະແຫລງການ ວຽງຈັນ ແລະ ຮັບຮອງເອົາແຈ້ງການຮວ່ມກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 24.
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ໄດ້ແບ່ງປັນບັນດາລາຍການ, ນະໂຍບາຍກໍຄືບັນດາມາດຕະການຂອງລັດຖະບານຫວຽດນາມເພື່ອຫນູນຊ່ວຍວິວັດການຫັນປ່ຽນການຈ້າງງານນອກລະບົບເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທຳ ໃນອາຊຽນ.
ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 25 ຈະຖືກຈັດຂຶ້ນຢູ່ ສິງກະໂປ ໃນປີ 2018.