ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າຫວຽດນາມແມ່ນຫນຶ່ງໃນບັນດາພື້ນຖານເສດຖະກິດພົ້ນເດັ່ນກວ່າໝູ່ຢູ່ ອາຊີ

(VOVWORLD) -ຫວຽດນາມ ມີແງ່ຫວັງກາຍເປັນຫນຶ່ງໃນບັນດາພື້ນຖານເສດຖະກິດພົ້ນເດັ່ນກວ່າໝູ່ຢູ່ອາຊີ ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍ ແລະວິກິດການ ຈາກໂລກລະບາດໂຄວິດ 19. 

ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າຫວຽດນາມແມ່ນຫນຶ່ງໃນບັນດາພື້ນຖານເສດຖະກິດພົ້ນເດັ່ນກວ່າໝູ່ຢູ່ ອາຊີ - ảnh 1ພາບປະກອບ: ກຳມະການຢູ່ໂຮງງານຂອງບໍລິສັດຕ່ຳແຜ່ນຕັດຫຍິບລົງທຶນການຄ້າແທັງກົງ

(ພາບ: REUTERS) 

ນີ້ແມ່ນຂໍ້ສັງເກດຂອງທ່ານ Edward Teather ນັກຊ່ຽວຊານເສດຖະສາດ ອາຊຽນ, ນັກຄົ້ນຄ້ວາເສດຖະກິດແຖວຫນ້າຂອງອົງການຄົ້ນຄ້ວາເສດຖະກິດນາໆຊາດ UBS.

ຕາມບັນດານັກຊ່ຽວຊານດັ່ງກ່າວແລ້ວ, ເຖິງວ່າ ຫວຽດນາມ ພວມຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກຜົນກະທົບຂອງໂລກລະບາດໂຄວິດ 19 ກໍຕາມ, ແຕ່ແງ່ຫວັງຂອງ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນພົ້ນເດັ່ນກວ່າໝູ່ໃນພາກພື້ນ. ລະອຽດແມ່ນ ລາຍຮັບການຂາຍຍ່ອຍ, ນຳເຂົ້າ ແລະ ຜະລິດອຸດສາຫະກຳ ລ້ວນແຕ່ເພີ່ມຂຶ້ນໃນເດືອນມິຖຸນາປີ 2020- ນີ້ແມ່ນຈຸດພົ້ນເດັ່ນກວ່າເມື່ອທຽບໃສ່ພື້ນຖານເສດຖະກິດເກືອບທັງໝົດໃນພາກພື້ນ. ຄຽງຄູ່ກັນນັ້ນ ຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ໃນໄຕມາດ 2 ປີ 2020 ຄາດວ່າ ສືບຕໍ່ເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ໃນຂະນະທີ່ GDP ຂອງຫລາຍພື້ນຖານເສດຖະກິດອື່ນຖືກຫລຸດລົງຢ່າງແຮງໃນໄຕມາດນີ້. ນອກນັ້ນ ຫວຽດນາມຍັງມີທ່າໄດ້ປຽບກ່ຽວກັບການສົ່ງອອກໃນອະນາຄົດ, ກາຍເປັນສະຖານທີ່ດຶງດູດບັນດາບໍລິສັດນາໆຊາດ, ດຶງດູດເງິນລົງທຶນຂອງຕ່າງປະເທດເປັນຈຳນວນຫລວງຫລາຍ. ທ່ານ Edward Teather ຖືວ່າ ເລື່ອງຫວຽດນາມ ຮັບມືກັບໂລກລະບາດໂຄວິດ 19 ຢ່າງສຳເລັດຜົນ ໄດ້ຊ່ວຍຫວຽດນາມ ມີທີ່ຕັ້ງບົດບາດສູງໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ