ວິງຟຸກດຳເນີນການສຳ​ຫຼວດກວດກາ ​ຕາມ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11

ວິງຟຸກດຳເນີນການສຳ​ຫຼວດກວດກາ ​ຕາມ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 - ảnh 1

(ພາບ:vinhphuc.gov.vn)

(vovworld)- ​ວັນ​ທີ 10/9,  ຄະນະ​ປະຈຳ​ພັກ​ແຂວງ ວິ​ງຟຸກ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ຫຼວດກວດກາ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ​ໃນ​ຄະນະ​ປະຈຳ​ພັກ​ແຂວງຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ເນັ້ນໜັກ​ວ່າ: “ຄວາມ​ຕ້ອງການ​ຂອງ​ການ​ສຳ​ຫຼວດກວດກາ​ແມ່ນ​ຕ້ອງ​ເຫັນບັນຫາ ​ແລະ ດັດ​ແປງ​ຈຸດ​ອ່ອນ, ພ້ອມ​ກັນນັ້ນຕ້ອງ​ຮັກສາ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ສ້າງ​ຂະ​ບວນການ​ປະຕິວັດ​ຢູ່​ທ້ອງ​ຖິ່ນ, ​ເປັນ​ແບບຢ່າງ​ໃຫ້​ຄະນະ​ພັກຂັ້ນລຸ່ມ, ຍົກ​ສູງ​ກຳລັງ​ຕໍ່ສູ້​ຂອງ​ອົງຄະ​ນະ​ພັກ​ແຂວງ​ວິ​ງຟຸກ. ພວກ​ເຮົາ​ແມ່ນ​ຫຼັກ​ແຫຼ່ງຂອງ​ການ​ປະຕິວັດ​ຢູ່​ທ້ອງ​ຖິ່ນ, ສະນັ້ນຕ້ອງ​ເຮັດ​ໃຫ້ການ​ສຳ​ຫຼວດກວດກາ​ນີ້​ມີ​ຄວາມ​ເຂັ້ມງວດ ​ແລະ ຖືກຕ້ອງ, ທັງ​ເປັນ​ການ​ກໍ່ສ້າງ​ພັກ ຫາກ​ບໍ່​ແມ່ນ​ການ​ສຳ​ຫຼວດກວດກາ​ຢູ່ພາຍ​ໃນ

ຂ່າວ/ບົດ​ອື່ນ