ວົງເງິນສົ່ງອອກ, ນຳເຂົ້າສິນຄ້າປີ 2018 ຄາດວ່າບັນລຸ 475 ຕື້ USD

(VOVWORLD) -  ປີ 2018 ແມ່ນປີທີ 3 ຫວຽດນາມ ສົ່ງອອກເກີນດຸ່ນຢ່າງລຽນຕິດ. ສິນຄ້າຫວຽດນາມ ສືບຕໍ່ຂຸດຄົ້ນບັນດາຕະຫລາດເດີມ ແລະ ເປີດກວ້າງການຊອກຫາ, ຂະຫຍາຍໄປຍັງຫລາຍຕະຫລາດໃຫມ່ຕື່ມອີກ. 

ພິເສດ ສິນຄ້າຂອງຫວຽດນາມ ສົ່ງອອກໄປຍັງບັນດາຕະຫລາດມີບັນດາສັນຍາການຄ້າເສລີກັບ ຫວຽດນາມ ລ້ວນແຕ່ເພີ່ມຂຶ້ນສູງເມື່ອທຽບໃສ່ປີກາຍ. ອັດຕາສ່ວນຍາດແຍ່ງການບຸລິມະສິດຈາກບັນດາຕະຫລາດທີ່ໄດ້ລົງນາມໃນສັນຍາການຄ້າເສລີ FTA ບັນລຸປະມານ 40%, ເພີ່ມຂຶ້ນຢ່າງແຮງ ດ້ວຍຕົວເລກປະມານ 35% ເມື່ອທຽບໃສ່ຊຸມປີກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ