ວົງເງິນສົ່ງອອກປີ 2012 ຂອງ ຫວຽດນາມ ລື່ນກາຍຄາດໝາຍ ການເຕີບໂຕ 13%

ວົງເງິນສົ່ງອອກປີ 2012 ຂອງ ຫວຽດນາມ ລື່ນກາຍຄາດໝາຍ ການເຕີບໂຕ 13% - ảnh 1

ການ​ສົ່ງ​ອອກ​ເຂົ້າສານ​ຂອງ​ຫວຽດນາມ

(ພາບ:baocongthuong.com.vn)

(TTX)- ຕາມບົດ​ລາຍ​ງານ​ຂອງ​ກົມ​ໃຫ່ຍສະຖິຕິ​ແລ້ວ, ວົງ​ເງິນ​ສົ່ງ​ອອກ​ໃນ​ເດືອນ 9/2012 ຂອງ​ທົ່ວ​ປະ​ເທດ​ຄາດ​ວ່າ​ບັນລຸ 9,7 ຕື້​ໂດ​ລາ​ສະຫະລັດ. ​ໄລ່​ລວມ​ໃນ 9 ​ເດືອນ​ຕົ້ນປີ, ວົງ​ເງິນ​ສົ່ງ​ອອກ​ບັນລຸ​ເກືອບ 83,8 ຕື້​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ​ເກືອບ 19% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຄາດ​ວ່າ ການ​ສົ່ງ​ອອກ​ທັງ​ປີ​ຈະ​​ເພີ່ມ​ຂຶ້ນ​ປະມານ 18%, ລື່ນ​ກາຍ​ຄາດໝາຍ​ໄດ້​ວາງ​ອອກ​ຄື ການ​ເຕີບ​ໂຕ 13% ​ໃນ​ປີ 2012. ໜ້າ​ສົນ​ໃຈ​ແມ່ນ ການ​ສົ່ງ​ອອກ​ຂອວຂົງ​ເຂດ​ວິສາຫະກິດ​ມີ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (ບໍ່ນັບ​ນ້ຳມັນ​ດິບ) ​ໃນ 9 ​ເດືອນ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກ່ວາ​ໝູ່​ດ້ວຍ​ລະດັບ 37,9% ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ບາງ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ມີ​ວົງ​ເງິນສົ່ງ​ອອກ​ສູງ​ແມ່ນ​ເຂົ້າສານ, ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ​ເກີບ…. ສະ​ເພາະ​ເຂົ້າສານ, ປີ 2012 ຄາດ​ວ່າ​ຈະ​ສົ່ງ​ອອກ​ປະມານ 7 ລ້ານ​ໂຕນ ​ແລະ ອາດ​ຈະ​ສູງ​ກ່ວາ.

ຂ່າວ/ບົດ​ອື່ນ