(ພາບປະກອບ)
(vovworld) - ວົງເງິນສົ່ງອອກສິນຄ້າຂອງທົ່ວປະເທດໃນເດືອນ 4 ຄາດວ່າບັນລຸ 9,7 ຕື້ USD, ເພີ່ມຂຶ້ນ 9,1% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2012, ໃນນັ້ນ, ສິ່ງທີ່ໜ້າສົນໃຈນັ້ນແມ່ນ ວົງເງິນສົ່ງອອກໂທລະສັບ ແລະ ເຄື່ອງອາໄຫຼ່ບັນລຸ 5,8 ຕື້ USD, ເພີ່ມຂຶ້ນ 92,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2012. ນອກຈາກນັ້ນ, ບັນດາຜະລິດຕະພັນອື່ນທີ່ມີວົງເງິນສົ່ງອອກເພີ່ມຂຶ້ນສູງໃນເດືອນ 4 ນັ້ນແມ່ນ ເຄື່ອງຕຳແຜ່ນຕັດຫຍິບບັນລຸ 5,1 ຕື້ USD, ເພີ່ມຂຶ້ນ 20,3%, ຫິນມະນີ, ໂລຫະທີ່ຫາຍາກ ແລະ ຜະລິດຕະພັນບັນລຸ 694 ລ້ານ USD, ເພີ່ມຂຶ້ນ 342,7%.
ຕາມກົມໃຫຍ່ສະຖິຕິແລ້ວ, ໄລ່ລວມ 4 ເດືອນຕົ້ນປີ 2013, ວົງເງິນສົ່ງອອກສິນຄ້າຂອງທົ່ວປະເທດບັນລຸເກືອບ 40 ຕື້ USD, ເພີ່ມຂຶ້ນ 16,9% ເມື່ອທຽບໃສ່ໄລຍະດຽວກັນປີ 2012. ເພື່ອສືບຕໍ່ຊຸກຍູ້ການສົ່ງອອກ, ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳການຄ້າ ຈະສຸມໃສ່ເຂົ້າໃນການຊຸກຍູ້ການລົງທຶນເຂົ້າຂົງເຂດອຸດສາຫະກຳ ແລະ ອຸດສາຫະກຳສຳຮອງ, ຫັນລະບຽບການດ້ານບໍລິຫານໃນການສະໜອງໃບຢັ້ງຢືນບ່ອນຜະລິດ (C/O) ເປັນງ່າຍດາຍ. ພ້ອມທັງເປີດກວ້າງຕະຫຼາດສົ່ງອອກ, ກະຊວງຈະຍົກສູງປະສິດທິຜົນວຽກງານຄາດຄະເນຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ; ເຜີຍແຜ່ບັນດາຂໍ້ມູນຕະຫຼາດໃຫ້ແກ່ວິສາຫະກິດຢ່າງທັນການ ແລະ ກ້ວາງຂວາງ; ບັນດາຂະແໜງກ່ຽວຂ້ອງຍູ້ແຮງການເຄື່ອນໄຫວດ້ານການຄ້າຢູ່ເສັ້ນຊາຍແດນ, ແກ້ໄຂຂໍ້ຕິດຂັດທີ່ເກີດຂຶ້ນຢ່າງທັນການ.