ວັດຈຸກເລິມປາຣີສວດມົນຂໍໃຫ້ວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດຢູ່ເກາະກາກມາໄປສູ່ນິພານ

ວັດຈຸກເລິມປາຣີສວດມົນຂໍໃຫ້ວິນຍານບັນດານັກຮົບທີ່ເສຍສະຫຼະຊີວິດຢູ່ເກາະກາກມາໄປສູ່ນິພານ - ảnh 1

ພະ​ມະຫາ​ອາຈານ ທິກ​ເຟືອ​ກ​ເດື່ອງ,ຫວນ​ຄືນ​ເລື່ອງ​ຈີນ​ຢືດຄອງ​ເກາະ​ກາກ​ມາ
ທີ່​ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ​ຂອງ​ຫວຽດນາມ​


(vovworld) - ວັນ​ທີ 15/3, ວັດ​ຈຸກ​ເລິ​ມປາຣີ ​ໄດ້​ຈັດ​ພິທີສວດ​ມົນ, ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ບັນດາ​ນັກຮົບຫວຽດນາມ ​ທີ່​​ໄດ້ເສຍສະຫຼະ​ຊີວິດ​ເມື່ອ​ວັນ​ທີ 14/3/1988 ​ເພື່ອ​ປົກ​ປັກ​ຮັກສາ​ເກາະ​ກາກ​ມາ, ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ຂອງ​ຫວຽດນາມ. ​ເຂົ້າ​ຮ່ວມ​ພິທີ​ມີ​ພະສົງ​ສາມະ​ເນນທັງ​ໝົດ​ຂອງ​ວັດ ​ແລະ ຊາວ​ຫວຽດນາມ, ຊາວ​ຝລັ່ງ​ເຊື້ອ​ຊາດ​ຫວຽດນາມ, ຊາວ​ຝລັ່ງ ​ແລະ ຊາວ​ຝລັ່ງ​ເຊື້ອ​ຊາດ​ລາວ​ ທີ່​ດຳລົງ​ຊີວິດ​ຢູ່​ປາຣີ ​ແລະ ​ເຂດ​ອ້ອມ​ຂ້າງ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ພະ​ມະຫາ​ອາຈານ ທິກ​ເຟືອ​ກ​ເດື່ອງ, ​ເຈົ້າ​ອະທິການ​ວັດ​ໄດ້​ຫວນ​ຄືນ​ເລື່ອງ​ຈີນ​ຢືດຄອງ​ເກາະ​ກາກ​ມາ ທີ່​ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ​ຂອງ​ຫວຽດນາມ​ເມື່ອ​ວັນ​ທີ 14/3/1988, ກໍ່​ຄືການ​ເສຍສະຫຼະ​ຊີວິດ​ຢ່າງ​ພິລະ​ອາດ​ຫານ​ຂອງ​ນັກຮົບ​ຫວຽດນາມ 64 ຄົນ ​ເພື່ອ​ປົກ​ປັກ​ຮັກສາ​ເກາະ ​ແລະ ອະທິປະ​ໄຕທະ​ເລ​ເກາະ​ຂອງ​ຫວຽດນາມ. ພະ​ມະຫາ​ອາຈານ ທິກ​ເຟືອ​ກ​ເດື່ອງ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ຮອດ​ວັນ​ທີ 14/3 ທຸກ​ປີ, ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຝລັ່ງ ​ແລະ ພະສົງ​ສາມະ​ເນນ​ເຄີຍ​ຈັດພິທີ​ສວດ​ມົນຂໍ​ໃຫ້​ວິນ​ຍານ​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດຢູ່​ເກາະ​ກາກ​ມາ​ໄປ​ສູ່​ນິພານ​. ການຈັດ​ພິທີ​ສວດ​ມົນ​ນີ້​ກໍ່​​ແນ​ໃສ່​ພາວະນາ​ຂໍ​ໃຫ້​ປະ​ເທດ​ມີ​ຄວາມ​ສະຫງົບ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ.

 

 

ຂ່າວ/ບົດ​ອື່ນ