ວິທີປະຕິບັດການ ປະຕິຮູບການເມືອງຢູ່ ໄທບໍ່ມີທາງອອກ
ການແຫ່ຂະບວນປະທ້ວງຢູ່ໄທ
(ພາບ: . Hà Linh/Vietnam)
(vovworld)- ວິທີປະຕິບັດວິວັດການປະຕິຮູບຢູ່ໄທ ພວມກາຍເປັນສາຍເຫດກໍ່ໃຫ້ເກີດສະພາບການເມືອງບໍ່ມີທາງອອກຢູ່ປະເທດນີ້ ໃນຂະນະທີ່ຝ່າຍຕ່າງໆລ້ວນແຕ່ຢາກຮັກສາ ແລະ ຈັດວາງທັດສະນະຂອງຕົນຕໍ່ຝ່າຍອື່ນ. ທ່ານນາງນາຍົກລັດ ຖະມົນຕີໄທ ຍິງຮັກ ຊີນນະວັດ ໄດ້ປະກາດຂັນຕອນປະຕິຮູບປະເທດຊາດ ຊື່ງໃນນັ້ນທ່ານນາງສືບຕໍ່ຢັ້ງຢືນດຳເນີນການເລືອກຕັ້ງໃນວັນທີ 2/2/2014 ແລະ ຮຽກຮ້ອງໃຫ້ພັກການເມືອງຕ່າງໆຕ້ອງໃຫ້ຄຳໝັ້ນສັນຍາປະຕິບັດການປະຕິຮູບພາຍຫຼັງການເລືອກຕັ້ງຄັ້ງນີ້. ຕາມທ່ານນາງ ຍິ່ງຮັກ ຊີນນະວັດ ແລ້ວ, ລັດຖະບານຄາດວ່າຈະສ້າງຕັ້ງສະພາປະຕິຮູບໄທ ຫຼັງການເລືອກຕັ້ງ ເພື່ອປະຕິບັດໜ້າທີ່ໃນຮອບເວລາ 2 ປີ ແລະ ພາຍຫຼັງທີ່ທຸກບັນຫາປະຕິຮູບໄດ້ຮັບການເຫັນດີເປັນເອກະສັນຈາກຝ່າຍຕ່າງໆ, ລັດຖະບານຈະຍຸບເລີກສະພາແຫ່ງຊາດເພື່ອປະຕິບັດການເລືອກຕັ້ງຄັ້ງໃໝ່. ແຕ່ເຖິງຢ່າງໃດກໍ່ຕາມ, ຂະບວນການແຫ່ຂະບວນປະທ້ວງໂດຍອະດີດສະມາຊິກລັດຖະສະພາພັກປະຊາທິປັດ ສຸເທບ ເທືອກສຸບັນ ນຳໜ້າ ປະກາດບໍ່ຮັບຮູ້ແຜນການນີ້ ພ້ອມທັງປະກາດຈະສະກັດກັ້ນການເລືອກຕັ້ງ. ແຜນການຂອງຜູ້ແຫ່ຂະບວນປະທ້ວງແມ່ນບັງຄັບນາຍົກລັດຖະມົນຕີໄທ ຍິ່ງຮັກ ຊີນນະວັດ ລາອອກຈາກຕຳແໜ່ງເພື່ອເລືອກຕັ້ງສະພາ ປຊຊ ພ້ອມກັບນາຍົກລັດຖະມົນຕີຄົນໃໝ່ ເພື່ອປະຕິບັດການປະຕິຮູບການເມືອງຕາມເຈດຕະນາຂອງເຂົາເຈົ້າ./.