ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງສະເຫຼີມສະຫຼອງວັນຈັດຕັ້ງຄົບຮອບ 68 ປີ

ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງສະເຫຼີມສະຫຼອງວັນຈັດຕັ້ງຄົບຮອບ 68 ປີ - ảnh 1
ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ

(vovworld) – ຕອນ​​ເຊົ້າ​ວັນ​ທີ 6/9, ຢູ່​ຮ່າ​ໂນ້ຍ, ວິທະຍຸ​ກະຈາຍສຽງ ຫວຽດນາມ ຈັດ​ຕັ້ງສະ​ເຫຼີ​ມສະຫຼອງ​ວັນ​ຈັດ​ຕັ້ງ​ຄົບຮອບ 68 ປີ, ປຸກ​ລະດົມ​ຂະ​ບວນການ​ແຂ່ງຂັນ​ຂຳ່ນັບ​ຮັບ​ຕ້ອນ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ມອບ​ຫຼຽນ​ໄຊ ​ແລະ ​ໃບ​ຍ້ອງຍໍ​ຂອງ​ນາຍົກລັດຖະມົນຕີ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ວິທະຍຸ​ກະຈາຍສຽງ ຫວຽດນາມ ພວມ​ມີ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​, ​ເຂັ້ມ​ແຂງ, ສືບ​ຕໍ່ແມ່ນ​ໜຶ່ງ​ໃນ​ບັນດາ​ອົງການ​ສື່​ມວນ​ຊົນ​ປະຕິວັດ​ທີ່ສຳຄັນ​ຂອງ​ພັກ ​ແລະ ລັດ ຫວຽດນາມ. ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ, ກ່າວ​ວ່າ:

        “​ໃນ​ຕະຫຼອດ​ວິວັດ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ, ຜ່ານ 68 ປີ​ທີ່​ຜ່ານ​ມາ, ວິທະຍຸ​ກະຈາຍສຽງ​ ຫວຽດນາມ ​ຍາມ​ໃດ​ກໍ່​ແມ່ນ​ໝູ່​ຄະນະມີ​ຄວາມ​ສາມັກຄີ, ຂະຫຍັນ​ຂັນ​ເຄື່ອນ​, ມີ​ຫົວຄິດ​ປະດິດ​ສ້າງ, ສົມ​ເປັນ​ເຄື່ອງມື​ທີ່​ດີ​ຂອງ​ພັກ ​ແລະ ລັດ, ​ແມ່ນ​ເພື່ອນ​ຜູ້​ໃກ້ຊິດ​ຕິດ​ພັນ ​ແລະ​ ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ. ບັນດາ​ການ​ນຳ, ພະນັກງານ, ລັດຖະກອນ​ລຸ່ນຕ່າງໆ​ຂອງວິທະຍຸ​ກະຈາຍສຽງ​ ຫວຽດນາມ ​​ໄດ້, ພວມ ​ແລະ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອທີ່​ດີງາມ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ​ເພື່ອ​ເຮັດ​ໃຫ້​ສຽງ​ເວົ້າ ຫວຽດນາມ ​ເຂັ້ມ​ຂົ້ນ​ຕື່ມ​ອີກໃນ​ໄລຍະ​ໃໝ່”

 

 

ຂ່າວ/ບົດ​ອື່ນ