ວິທະຍຸກະຈາຍສຽງຫວຽດນາມຫນູນຊ່ວຍຊາວປະມົງແຂວງກວ໋າງຫງາຍຕໍກຳປັ່ນໃຫມ່

ວິທະຍຸກະຈາຍສຽງຫວຽດນາມຫນູນຊ່ວຍຊາວປະມົງແຂວງກວ໋າງຫງາຍຕໍກຳປັ່ນໃຫມ່ - ảnh 1
ພິທີມອບກຳປັ່ນໃຫ້ຊາວປະມົງ
ພາບ:vov


(vovworld)-  ຕອນ​ເຊົ້າ​ວັນ​ທີ 02/11, ຢູ່​ຕາ​ແສງ ບີ່​ງ​ເຈົາ, ​ເມືອງ ບີ່ງ​ເຊີນ ​ແຂວງ​ກວ໋າງຫງາຍ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ສົມທົບ​ກັບ​ກອງ​ທຶນ​ຫນູນ​ຊ່ວຍ​ຊາວ​ປະມົງ​ແຂວງ ກວ໋າງຫງາຍ, ຄະນະ​ພັກ​ນະ​ຄອນ​ໂຮ່ຈິ​ມີນ ມອບ​ກຳ​ປັ່ນ​ລຳ​ໃຫມ່​ໃຫ້​ແກ່​ຊາວ​ປະມົງ ດີ​ງວັນ​ເຢົາ ຢູ່ ຕາ​ແສງ ອານ​ຫາຍ ​ເມືອງ ລີ​ເຊີນ. ກ່ອນ​ຫນ້າ​ນັ້ນ ວັນ​ທີ 25/4, ກຳ​ປັ່ນ​ຫາ​ປາ​ຂອງ ລຸງ ດີ​ງວັນ​ເຢົາ​ຖືກ​ໄຟ​ໄຫ​ມ້ກ່ອນ​ອອກຝັ່ງ​ຫາ​ປາ.

ມາ​ຮອດ​ປະຈຸ​ບັນ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ປະກອບ 800 ລ້ານດົ່ງເຂົ້າກອງ ທຶນ​ຫນູນ​ຊ່ວຍ​ຊາວ​ປະມົງ​ທີ່ປະສົບ​ໄພຢູ່​ທະ​ເລ.​ທ່ານ ຫງວຽນ​ຊວນ​ເຫ້ວ, ປະທານ​ສະພາ​ຄຸ້ມ​ຄອງ​ກອງ​ທຶນ​ຫນູນ​ຊ່ວຍ​ຊາວ​ປະມົງ​ແຂວງ ກວ໋າງຫງາຍ ​ໃຫ້​ຮູ້​ວ່າ:

        “ຍ້ອນ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ວິທະຍຸ​ກະຈາຍສຽງ​ຫວຽດນາມ,​ລຸງ​ເຢົາ​ໄດ້​ຕໍ່​ກຳ​ປັ່ນ​ລຳ​​ໃຫມ່​ສຳ​ເລັດ. ຍາມ​ໃດ ວິທະຍຸ​ກະຈາຍສຽງ​ຫວຽດນາມ ກໍ​ຮຽງ​ບ່າ​ຮຽງ​ໄລ່​ກັບ​ຊາວ​ປະມົງ​​ໃນ​ທົ່ວ​ປະ​ເທດ ພິ​ເສດ​ແມ່ນ​ຊາວ​ປະມົງ​ຢູ່​ເມືອງ ລີ​ເຊີນ ກໍ​ຄື​​ໃຫ້​ຂ່າວ​ກ່ຽວ​ກັບ​ໝູ່​ເກາະ​ເຈືອງ​ຊາ ​ແລະ ຮ່ວາງ​ຊາ.”

 

 

 


 

ຂ່າວ/ບົດ​ອື່ນ