ວິທະຍຸກະຈາຍສຽງຫວຽດນາມເປີດສະຫລອງສຳນັກງານປະຈຳເຂດຕາເວັນອອກສ່ຽງເຫນືອ

ວິທະຍຸກະຈາຍສຽງຫວຽດນາມເປີດສະຫລອງສຳນັກງານປະຈຳເຂດຕາເວັນອອກສ່ຽງເຫນືອ - ảnh 1
ພິ​ທີເປີດ​ສະ​ຫລອງ​ສຳ​ນັກ​ງານ​VOVປະ​ຈຳ​​ເຂດ​
ຕາ​ເວັນ​ອອກ​ສ່ຽງ​ເຫນືອ

(vovworld)- ​ຕອນ​ເຊົ້າ​ວັນ​ທີ 25/6, ​ຢູ່ ນະ​ຄອນ ຮ້າ​ລອງ, ແຂວງ ກວ໋າງ​ນີງ, ​​​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດໄດ້​ຈັດພິ​ທີ​ເປີດ​ສະ​ຫລອງ​ສຳ​ນັກ​ງານ​ປະ​ຈຳ​​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ. ໂດຍ​ໄດ້​ຮັບ​ການ​ລົງ​ມືກໍ່​ສ້າງ​ເມື່ອ​ເດືອນ 5/2014, ສຳ​ນັກ​ງານ​ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ປະ​ຈຳເຂດ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ​ໄດ້​ຮັບ​ການກໍ່​ສ້າງ​ໃນ​ເນື້ອ​ທີ່ ເກືອບ 800 ຕາ​ແມັດ ຢູ່ ນະ​ຄອນ ຮ້າ​ລອງ. ນີ້​ແມ່ນ​ສະ​ຖານ​ທີ່​ຜະ​ລິດ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ ແລະ ສົ່ງ​ຄື້ນ ຮັບ​ໃຊ້​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ກ່ຽວ​ກັບ​ອະ​ທິ​ປະ​ໄຕເຂດ ທະ​ເລ, ໝູ່​ເກາະ, ການ​ປ້ອ​ງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ບັນ​ດາ​ແຂວງ​ເຂດ​ຕ​າ​ເວັນ​ອອກ​ສ່ຽງ​ເຫນືອ. ກ່າວ​ຄຳ​ເຫັນ​ນະ​ພ​ິ​ທີ, ທ່ານ ຫງວຽນ​ດັງ​ຕ​ຽນ ຜູ​້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ  ໄດ້​ຢືນ​ຢັນ​ວ່າ: ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ປະ​ຈຳ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ ພ້ອມ​ກັບ​ສຳ​ນັກ​ງານ​ປະ​ຈຳ​ແຂວງ​ອື່ນ ຈະ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ​ເຖິງ​ປະ​ຊາ​ຊົນ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ