ວັນຄວາມຜາສຸກສາກົນມຸ່ງໄປເຖິງ“ຄວາມຮັກແພງແລະການແບ່ງປັນ”

ວັນຄວາມຜາສຸກສາກົນມຸ່ງໄປເຖິງ“ຄວາມຮັກແພງແລະການແບ່ງປັນ” - ảnh 1

(vovworld) –  ຂ່າວ​ຈາກ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໃນ​ວັນ​ທີ 18/3 ​ໃຫ້​ຮູ້​ວ່າ: ວັນ​ຄວາມ​ຜາ​ສຸກ​ສາກົ​ນປີ​ນີ້​ຍັງ​ສືບ​ຕໍ່​ມຸ່ງ​ໄປ​ເຖິງ​ຫົວ​ຂໍ້ “ຄວາມ​ຮັກ​ແພງ ​ແລະ ການ​​ແບ່ງປັນ”. ນີ້​ແມ່ນ​ປີ​ທີ 3, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ ພ້ອມ​ກັບ​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຈັດ​ຕັ້ງ​ວັນ​ຄວາມ​ຜາ​ສຸກ​ສາກົນ”. ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​ທ້ອງ​ຖິ່ນ​ໄດ້​ຈັດ​ຕັ້ງການ​ໂຄສະນາ​ເຜີ​ຍ​ແຜ່​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ເຖິງ​ປະຊາຊົນ​ທຸ​ກຊັ້ນ​ວັນນະ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ກ່ຽວ​ກັບ​ການ​ສ້າງ​ຄອບຄົວ​ຜາ​ສຸກ, ບັນດາ​ການ​ເຄື່ອນ​ໄຫວ​ສ້າງ​ຄອບຄົວ​ຄວາມ​ຜາ​ສຸກ, ວົງ​ຄະນະ​ຍາດ​ມີ​ຄວາມ​ຜາ​ສຸກ.


ຂ່າວ/ບົດ​ອື່ນ