ວັນທີ 2 ຂອງການ ເລືອກຕັ້ງປະທານາທິບໍດີ ອີຢີບ ຮອບທີ 2

ວັນທີ 2 ຂອງການ ເລືອກຕັ້ງປະທານາທິບໍດີ ອີຢີບ ຮອບທີ 2 - ảnh 1

(ພາບ:sggp.org.vn)

( vovworld )-​ວັນ​ທີ 17/6, ​ແມ່ນ​ວັນ​ສຸດ​ທ້າຍ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງອີ​ຢີບ ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງປະທານາທິບໍດີ​ຮອບ​ທີ 2 ​ເພື່ອ​ແນ​ໃສ່​ເລືອກ​ຕັ້ງທ່ານ Ahmed Shagiq ອະດີດ​ນາຍົກລັດຖະມົນຕີ ​ໃນ​ສະ​ໄໝອະດີດ​ປະທານາທິບໍດີ Hosni Mubarak ຫລື​ວ່າ​ທ່ານ Mohamed Morsy ຂຶ້ນ​ກັບ​ອົງການ​ອ້າຍ​ນ້ອງ​ມຸດ​ສະ​ລິ​ມ ​ເປັນ​ປະທານາທິບໍດີ​ຄົນ​ໃໝ່. ກ່ອນ​ໜ້ານັ້ນ, ມື້​ທຳ​ອິດ​ຂອງ​ການ​ເລືອກ​ຕັ້ງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະຫງົບ. ວັນ​ທີ 18/6 ​ແມ່ນດຳ​ເນີນ​ການນັບ​ບັດ ​ແລະ ໝາກຜົນ​ຈະ​ຖືກ​ປະກາດ​ໃນ​ວັນ​ທີ 21/6 ທີ່​ຈະ​ມາ​ເຖິງ. ກອງທັບ​ຈະ​ດຳ​ເນີນ​ການ​ມອບ​ໂອນ​ສິດ​ອຳນາດ​ໃຫ້​ແກ່ປະທານາທິບໍດີ​ຄົນ​ໃໝ່​ໃນ​ວັນ​ທີ 30/6.

   ການ​ເລືອກ​ຕັ້ງປະທານາທິບໍດີ​ອີ​ຢີບ ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ​ນີ້​ສືບ​ຕໍ່​ເພີ່ມ​ຂຶ້ນ, ພິ​ເສດ, ພາຍຫຼັງ​ທີ່​ສານ​ລັດຖະທຳ​ມະນູນ​ສູງ​ສຸດ ​ໄດ້​ອອກ​ຄຳ​ຕັດສິນ​ທີ່​ວ່າ: ສະພາ​ແຫ່ງ​ຊາດ​ໂດຍ​ອົງການ​ອ້າຍ​ນ້ອງ​ມຸດ​ສະ​ລິ​ມກວມ​ເອົາ​ອັດຕາ​ສ່ວນ​ຫຼາຍ​​ໄດ້​ລະ​ເມີດ​ລັດຖະທຳ​ມະນູນ. ສະພາສູງ​ສຸດ​ບັນດາ​ກຳລັງ​ປະກອບ​ອາວຸດກຳ​ອຳນາດ​ຢູ່​ອີ​ຢີບ ​ໄດ້​ອອກ​ຄຳ​ສັ່ງ​ຍຸບ​ເລິກ​ສະພາ​ແຫ່ງ​ຊາດ​ຕາມ​ຄຳ​ຕັດສິນ​ຂອງ​ສານ, ຮັບ​ໜ້າ​ທີ່​ກຳ​ສິດ​ນິຕິບັນຍັດ ​ແລະ ຄວບ​ຄຸມ​ງົບປະມານ​ແຫ່ງ​ລັດ.

 

 

ຂ່າວ/ບົດ​ອື່ນ